หน้าเว็บ

Friday, 10 June 2011

ນິທານແກ້ງຂົດຄູ້ (ຕອນທີ່ ໓)

ການທີ່ນາຍພານຈື່ງຂື່ງດັງແດງ ບໍ່ທັນໄດ້ຍິງຄວາຍເງິນລາວກໍຄິດຄຽດແຄ້ນໃນໃຈໃຫ້ແກ່ຊາວເຮືອທີ່ເຮັດໃຫ້ຜິດຫວັງໃນຄັ້ງນັ້ນ, ທະນູທີ່ໄດ້ຫ້າງຂຶ້ນແລ້ວຕາມທີ່ນາຍພານໄດ້ຖືເປັນຮີດຄອງສືບຕໍ່ມາຕ້ອງໄດ້ຍິງອອກໄປ ແລະ ທັງເປັນການລະບາຍອາລົມ ລາວກໍລັ່ນທະນູໄປໃສ່ຜາໜ່ວຍໜຶ່ງຢູ່ຟາກຝັ່ງຂອງຫ່າງຈາກບ້ານນາແບ່ນໄປທິດຕາເວັນອອກປະມານ 4-5 ກິໂລແມັດ ລູກທະນູໄປຕໍາໃສ່ໜ່ວຍຜາດັງສະໜັ່ນຫວັ່ນໄຫວກ້ອງໄປທົ່ວຂົງເຂດປານສຽງຟ້າຮ້ອງ ດ້ວຍລິດເດດຂອງທະນູເຮັດໃຫ້ຜານັ້ນພັງທະລາຍລົງແຕກກະຈັດກະຈາຍເປັນກ້ອນນ້ອຍກ້ອນໃຫຍ່ຢູ່ໃນບໍລິເວນນັ້ນ ຈຶ່ງຮຽກຜານັ້ນວ່າ: "ຜາແບ່ນ" ແລະ ເອີ້ນບ້ານຢູ່ໃກ້ນັ້ນວ່າ: "ບ້ານຜາແບ່ນ" ສືບຕໍ່ມາ, "ແບ່ນ" ໝາຍຄວາມວ່າ: "ເປົ້າ" ຍິງໃສ່ເປົ້າ,ຫາກໃຜ
ໄດ້ຂີ່ເຮືອຂຶ້ນ-ລ່ອງໄປເຖິງສະຖານທີ່ດັ່ງກ່າວກໍຈະເຫັນຜາຫ້ອຍແຫຼ້ງ ແລະ ຜາແບ່ນຕັ້ງຢູ່ຊ້າຍສວຍກັນລະຫວ່າງສອງຟາກຝັ່ງແມ່ນໍ້າຂອງ. ຫຼັງຈາກລັ່ນທະນູໄປແລ້ວຈື່ງຂື່ງດັງແດງກໍເກີດອອກຮ້ອນອອກລົນໃນ
ກາຍໃຈ, ລາວກໍແກ້ເຄື່ອງເປືອຍກາຍລົງອາບນໍ້າທີ່ວັງ (ຄົກ) ເຄິ່ງຜາຫ້ອຍແຫຼ້ງ ຈຶ່ງເອີ້ນວ່າ: "ຄົກເປືອຍ" ຍ້ອນປະເປືອຍອາບນໍ້າ, ປັດຈຸບັນກໍຍັງເອີ້ນວ່າ: "ຄົກເປືອຍ"
* ພໍເມື່ອນາຍພານເຈົ້າ ພັກຜ່ອນຫີບຢາພັນ
ນັ່ງຢູ່ຕີນຜາຊັນ ຄຶດຮໍ່າຮອນໃຈເຈົ້າ
ລາວກໍຈັບເອົາໄດ້ ແຜນຍາມອອກມາເບິ່ງ
ວ່າບັກເຖິກໃຫຍ່ນັ້ນ ຊິໄປແທ້ທີ່ໃດ ນັ້ນນໍ
* ແລ້ວຈຶ່ງໄດ້ຮູ້ແຈ້ງ ບວກລົບຄູນຫານ
ວ່າຄວາຍຫັນກັບໄປ ທິດຕາເວັນຕົກພຸ້ນ
ແລ້ວມັນຈະຕ່າວໂຄ້ງ ກັບຄືນເຖື່ອນເກົ່າ
ພານເຂົ້າໃຈຄັກແລ້ວ ແນວນັ້ນກໍຂຶ້ນແຜນ
* ບັດນີ້ ຊິບໍ່ໄປໄຕ່ກົ້ນ ຄືດ່ັງເກົ່ານໍາຮອຍ
ແຜນເກົ່າຊິໄດ້ຖອຍ ບໍ່ໄດ້ກິນແນວນັ້ນ
ຄວນໄປລັດຢູ່ໜ້າ ທາງຄວາຍເດີນດຸ່ງ
ນັ່ງຊຸ່ງຜົກຢູ່ຖ້າ ຕາຈ້ອງສ່ອງແນມ ວ່ານາ
* ຍາມເມື່ອຄວາຍຍ່າງຍ້າຍ ລັດກ່ອນບ່ອນຄວາຍໄປ
ລາວຮໍ່າຮອນໃນໃຈ ບໍ່ໄດ້ລໍນານຊ້າ
ພານກໍຈັບເອົາໄດ້ ຄັນທະນູຂຶ້ນໃສ່ບ່າ
ກັບທັງຖົງບັ້ງແຫຼ້ງ ຄຽນຂຶ້ນຮັດແອວ
* ວ່າແລ້ວ ລາວກໍໄດ້ມຸ່ງໜ້າ ຍ່າງລຽບແຄມຂອງ
ຕາແນມມອງ ລັດຄວາຍພະລັນຟ້າວ
ນາຍພານຈ້າວ ທັງປົບທັງແລ່ນ
ຄືດັ່ງບໍ່ຢຽບພື້ນ ຢັນກ້າວໂຍ່ງໄປ ໂຍ່ງໄປ
* ນາຍພານຟ້າວ ພະລາດໝື່ນຢັນຫີນ
ຟຸບລົງດິນ ຫົວເຂົ່າເຖືອລົງພື້ນ
ລາວກໍໂງເງຂຶ້ນ ລຸກມາປັດເປົ່າ
ຕົນຕົວຫົວເຂົ່າກ້ຽງ ບໍ່ມີແປ້ວບ່ອນຮອຍ ແທ້ນາ
* ອັນວ່າ ດິນດ່ານດ້າວ ບ່ອນພະລາດພານຢັນ
ກໍມີນາມລືຊາ ຜາລາດມາເປັນບ້ານ
ຂໍໃຫ້ຊຸມຊາວເຊື້ອ ພິຈາລະນາຖ້ວນຖີ່ ເອົາເນີ
ດຽວນີ້ໄດ້ຈະເລີນຮຸ່ງແຈ້ງ ກວ່າເດີມເຄົ້າເລົ່າຫຼັງ ແທ້ໃດ
* ຈາກນັ້ນ ຈື່ງຂື່ງໄດ້ ສືບຕໍ່ຕາມແຜນ
ຫຼາຍວັນຄືນ ຮອດບ່ອນລາວໝາຍໝັ້ນ
ອັນວ່າດິນແດນນັ້ນ ໄກເກີນເຫຼືອຂະໜາດ
ນໍ້າປາດເປັນຖິ່ນຕັ້ງ ທາງກໍ້າປະເທດໄທ ນັ້ນນາ
* ພານກໍປົງເຄື່ອງໄວ້ ພັກຜ່ອນເຊົາແຮງ
ຫີບຢາປຸກ ນັ່ງອີງສຸມໄມ້
ລາວກໍຄຶດອອກໄດ້ ເດົາດາຕົກແຕ່ງ
ແປງຊຸ້ມໄວ້ ລໍຖ້ານັ່ງຄອຍ
* ພໍເມື່ອຕື່ນຮຸ່ງເຊົ້າ ໃກ້ທ່ຽງວັນຕໍ່ມາ
ສຽງຄວາຍບຸດົງໜາ ມໍ່ມາຫຍັບເຂົ້າ
ພານກໍຈັບເອົາໄດ້ ທະນູມານ້າວກົ່ງ
ມືດຶງຄືງຫ້າງໄວ້ ກໍາຍັ້ນຢ່າງລະວັງ ຫັ້ນແລ້ວ
* ສອງຕານາຍພານຈ້ອງ ຄວາຍຍ່າງແນມເຫັນ
ກໍຈຶ່ງມາເຖິງຈຸດ ບ່ອນລາວໝາຍໝັ້ນ
ບັດນັ້ນ ນາຍພານເຈົ້າ ເລັງສູນແນບແນ່
ກັ້ນໃຈແນໃສ່ເປົ້າ ມືນ້າວລັ່ນໄປ ວ່ານາ
* ສຽງທະນູດັງກ້ອງ ຟົດສະນັ່ນໃນດົງ
ຝູງໝູ່ໂອງຟານລີງ ຜ່າຍໜີໂຕນເຕັ້ນ
ພານກໍເຫັນຍັງເຈົ້າ ຄວາຍເງິນລົ້ມທ່າວ
ໝູບຈູ້ຄູ້ ຢູ່ແຄມຫ້ວຍດັ່ນຕາຍ ເຈົ້າເອີຍ
* ນາຍພານເຈົ້າ ຊົມຊື່ນດີໃຈ
ຄືດັ່ງໄດ້ເງິນເຕັມ ໃສ່ກະເປົາເອົາໄວ້
ຈື່ງຂື່ງຫຍັບຍ່າງເຂົ້າ ທໍາພິທີປັດເປົ່າ
ກົດຜີຄວາຍຜີປ່າໄມ້ ດຽວນີ້ໃຫ້ຜ່າຍໜີ
* ພໍເມື່ອເສັດພິທີແລ້ວ ກໍເລີ່ມປາດທັນທີ
ດ້ວຍພ້າດີຄົມບາງ ອີ່ໂຕ້ງາມດວງນັ້ນ
ສົມດັ່ງໃຈປະສົງແລ້ວ ນາຍພານຈື່ງຂື່ງ
ຫົວຜູ້ດຽວຍຸ້ມໆ ສຸດຊຶ້ງຊື່ນມະໂນ ແທ້ນາ
(ຫ້ວຍນໍ້ານັ້ນຈຶ່ງເອີ້ນວ່າ: "ຫ້ວຍນໍ້າປາດ + ບ້ານນໍ້າປາດ" ຕໍ່ມາເປັນອໍາເພີຕາປາຈັງຫວັດອຸຕະຣະດິດ ປະເທດໄທ)
* ພໍເມື່ອປາດຄວາຍແລ້ວ ກໍແຕ່ງຫາບພໍດີ
ຄວາຍທັງໂຕບໍ່ມີ ສິ່ງໃດຊິເຫຼືອຄ້າງ
ຊິເອົາໄປລົງລ້າງ ບ່ອນນໍ້າໄຫຼໃສສະອາດ
ຫ້ວຍນໍ້າປາດແຫ່ງນີ້ ນໍ້າມີໜ້ອຍບໍ່ພໍ ເຈົ້າເອີຍ
* ຍາມນັ້ນເປັນລະດູແລ້ງ ນໍ້າແຫ້ງເຂີນວັງ
ຊີ້ນຈໍານວນເຫຼືອຫຼາຍ ບໍ່ພໍລົງລ້າງ
ມັນເຕັມທີພານເຈົ້າ ຊິຫາບໜັກເຕັງບ່າ
ບຸດົງໜາປ່າໄມ້ ພານເຈົ້າຊິໄດ້ທົນ ວ່ານາ
* ວ່າແລ້ວຍົກຫາບຂຶ້ນ ຮຶດໃສ່ບ່າເຕັມແຮງ
ພານຈື່ງຂື່ງດັງແດງ ດຸ່ງເດີນໄວຟ້າວ
ໄປເຖິງລໍາຂອງກ້ວາງ ເອົາໃສ້ພຸງລ້າງກ່ອນ
ໃນກາງດອນແມ່ນໍ້າ ໄຫຼເລື້ອຍລ່ວງລົງ ຫັ້ນນາ
(ຈຶ່ງເອີ້ນດອນນັ້ນວ່າ: "ດອນພຸງ" ເປັນບ້ານດອນພຸງສືບຕໍ່ມາທຸກວັນນີ້ຢູ່ເຂດຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ), ຂີ້ໂພ່ນຄວາຍໄຫຼຜ່ານກາຍດອນໜຶ່ງລົງໄປຊາວບ້ານເຫັນຂີ້ໂພ່ນຄວາຍໄຫຼຮິດອນສົ່ງກິ່ນເໝັນເທົ້າໃສ່ດັງ ເລີຍຮ້ອງດອນນັ້ນວ່າ: "ດອນເໝັນ + ບ້ານດອນເໝັນ" ຕໍ່ມາເອີ້ນວ່າ: "ດອນເມນ + ບ້ານດອນເມນ" ມາເຖິງເທົ້າທຸກວັນນີ້, ຂີ້ໂພ່ນຄວາຍໄຫຼລົງໄປຄ້າງຢູ່ຫາງດອນໂຊກກໍເກີດເປັນດອນຂຶ້ນເອີ້ນວ່າ: "ດອນຂີ້ຄວາຍ" ດຽວນີ້ກໍຍັງເອີ້ນວ່າ: "ດອນຂີ້ຄວາຍ". ເມື່ອລ້າງທຸກຢ່າງສໍາເລັດແລ້ວກໍເອົາໃສ່ຫາບຂຶ້ນໄປຊັ່ງຢູ່ດອນເໜືອໝູ່ດອນເລົ່ານັ້ນຈຶ່ງເອີ້ນວ່າ: "ດອນຊັ່ງ + ບ້ານດອນຊັ່ງ" ຕໍ່ມາໄດ້ປ່ຽນເປັນ "ດອນສັງ + ບ້ານດອນສັງ" ມາເຖິງເທົ້າທຸກວັນນີ້ (ຢູ່ເຂດເມືອງແກ່ນທ້າວ + ປາກລາຍ ແຂວງໄຊຍະບູລີ) ນາຍພານຈື່ງຂື່ງດັງແດງໄດ້ນອນຄ້າງຄືນຢູ່ດອນນັ້ນ ແຕ່ລາວຍັງບໍ່ທັນຕົກລົງໃຈເທື່ອວ່າຊິເອົາໄປຕາກຢ້າງຢູ່ໃສແທ້.
ໃນຄືນນັ້ນວິນຍານຂອງຄວາຍໄດ້ມາເຂົ້າຄວາມຝັນນາຍພານຈື່ງຂື່ງດັງແດງວ່າ:
* ພານເອີຍໃຫ້ເອົາໄປຕາກຢ້າງ ກໍ້າຝ່າຍເມືອງຝາງ
ເພາະໄປທົ່ງພຽງງາມ ອາດຕາເຫຼືອລົ້ນ
ຂໍໜ່ຽວວອນພານເຈົ້າ ເຫັນໃຈຄວາຍແດ່
ຂໍແຕ່ພຽງເທົ່ານີ້ ພານເຈົ້າຈົ່ງຮໍ່າຮອນ ແດ່ທ້ອນ
* ພໍເມື່ອຕື່ນຮຸ່ງເຊົ້າ ປັ້ນເຂົ້າກິນງາຍ
ນາຍພານບາຍທະນູຍົກ ຫາບກວຍເດີນໜ້າ
ບໍ່ໄດ້ລໍນານຊ້າ ພະລັນໄປຟ້າວຝັ່ງ
ພານລາວຄຶດບໍ່ແລ້ວ ນໍາຄວາຍໄດ້ໜ່ຽວວອນ ຫັ້ນນາ
* ຖິ່ນນັ້ນ ກໍຫາກໄກຍາວເຍີ້ນ ປາງກ່ອນແມ່ນດິນລາວ
ເປັນດິນແດນເມືອງຝາງ ແຕ່ປາງປະຖົມພຸ້ນ
ຈື່ງຂື່ງຫວນຄືນໂຄ້ງ ພົງໄພປ່າໄມ້ໃຫຍ່
ບໍ່ໄດ້ຢຸດພັກຍັ້ງ ເດີນໄປເບື້ອງບ່ອນໝາຍ ພຸ້ນນາ
* ກໍຈຶ່ງໄປຮອດກໍ້າ ເຂດທົ່ງເມືອງຝາງ
ເປັນທົ່ງພຽງງາມຕາ ຄືດັ່ງລາງຝັນນັ້ນ
ພານກໍຈັດການຢ້າງ ຊີ້ນເຄື່ອງໃນໄສ້ອ່ອນ
ທັງເຮັດຫໍ່ສົ້ມໄວ້ ເມືອຕ້ອນລູກເມຍ ແທ້ແລ
* ນາຍພານເຈົ້າ ເອົາໃຈໃສ່ໄຟຟືນ
ທັງກາງວັນກາງຄືນ ນັ່ງຄອຍແປງເຝົ້າ
ຊີ້ນກໍເລີຍເລົ່າແຫ້ງ ສາມຄືນຫອມກິ່ນ
ຈັດແຕ່ງແປງຫາບໄວ້ ຊິກັບບ້ານແຫ່ງຕົນ ວ່ານາ
(ທົ່ງບ່ອນນາຍພານຢ້າງຊີ້ນນັ້ນເອີ້ນວ່າ: "ທົ່ງຢ້າງ" ແຕ່ກ່ອນເອີ້ນວ່າ: "ທົ່ງເມືອງຝາງ" ຫຼັງຈາກຢ້າງຊີ້ນນັ້ນແລ້ວ ໄດ້ເອີ້ນວ່າ: "ທົ່ງຢ້າງເມືອງຝາງ" ສືບຕໍ່ມາທຸກວັນນີ້ "ທົ່ງຢ້າງ" ຢູ່ອໍາເພີຝາງຈັງ ຫວັດອຸຕະຣະດິດ ປະເທດໄທ. ຕໍ່ມາໄດ້ປ່ຽນເອີ້ນເປັນອໍາເພີຕາປາ)
* ພໍເມື່ອຕື່ນຮຸ່ງເຊົ້າ ພານຕ່າວຄືນກັບ
ທັງເປ້ຫາບທັງພາຍ ດຸ່ງເດີນຄືນບ້ານ
ລາວບໍ່ໄດ້ເຍົາຍັ້ງ ຕັ້ງໃຈຈົດຈໍ່
ຍາກໜັກບໍ່ໄດ້ທໍ້ ຫວນຄືນບ້ານແຫ່ງຕົນ ນັ້ນນາ
* ພານກໍລັດປ່າໄມ້ ດັ້ນດຸ່ງຄົນດຽວ
ບໍ່ມີຫົນທາງທຽວ ລັດດົງລົງຫ້ວຍ
ເຫັນໝູ່ກວາງຟານເຕັ້ນ ຄ່າງລີງເຍືອງມັງ
ພານບໍ່ຫວັງອີກແລ້ວ ເລີຍລໍ້າລວ່ງກາຍ
* ອອກຈາກດົງປ່ານັ້ນ ເຖິງເຂດພູເຍີຍ
ລົມໂບກໂບຍໂຊຍພັດ ນໍ້າໝອກໜາວລົງຄ້າງ

ພິມ ໂດຍ ຄຣູບາ ຄຳໃສ ອານົນທ໌
ພຶດສະພາ ຄ.ສ.໒໐໑໑

No comments:

Post a Comment