(ຈຶ່ງເອີ້ນວ່າ: "ນາໃໝ່ + ບ້ານນາໃໝ່" ດົນນານຕໍ່ມາໄດ້ແບ່ງອອກເປັນສອງບ້ານເອີ້ນວ່າ: "ບ້ານໂພນສະອາດ ແລະ ບ້ານໂພນງາມ") ນາຍພານໄດ້ນໍາຮອຍມາຮອດອີກຫ້ວຍໜຶ່ງເຫັນຮ່ອງຮອຍ
ຄວາຍເອົາເຂົາຮຸກສີຕົ້ນກຸ່ມຫັກລົງແຊ່ນໍ້າເລີຍຮ້ອງວ່າ: "ຫ້ວຍນໍ້າກຸ່ມ + ບ້ານນໍ້າກຸ່ມ" ຫຼັງຈາກປະເທດ
ຊາດໄດ້ຮັບການປົດປ່ອຍໄດ້ປ່ຽນຊື່ເປັນ "ບ້ານແສນຈະເລີນ"
* ຈື່ງຂື່ງເຈົ້າ ຍັງສືບຕໍ່ນໍາຮອຍ
ບໍ່ມີວ່າຊິຖອຍ ດຸ່ງເດີນໄປເລື້ອຍ
ລາວກໍແລເຫັນແລ້ວ ຄວາຍເງິນກິນຫຍ້າອ່ອນ
ຍາມນັ້ນແດດບໍ່ຮ້ອນ ຕາເວັນຄ້າຍອ່ອນລົງ ແລ້ວນາ
* ລາວປົດຖົງວາງໄວ້ ແຄມປ່າແຈນາ
ຕາລາວແນມສັກໄປ ໃສ່ຄວາຍຈົງຈ້ອງ
ຄ່ອຍຈອບມອຍໆເຂົ້າ ທາງທວນຫາງລົມສົ່ງ
ຄາວໜຶ່ງລົມຕ່າວປິ້ນ ເຫັນເບື້ອງປ່ຽນທາງ ອີກແລ້ວ
* ຜິດຫວັງເຈົ້າ ຈື່ງຂື່ງດັງແດງ
ເທວະດາແນມເຫັນ ຊ່ວຍຄວາຍໄວຟ້າວ
ລົມພັດມາເຖິງເທົ້າ ຄວາຍເງິນຖືກກິ່ນ
ຄືຊິບິນຝັ່ງຟ້າວ ຄວາຍມັນຈ້າວຫອບໄປ ແລ້ວເນີ
(ຈຶ່ງເອີ້ນນາທົ່ງນັ້ນວ່າ "ນາມອຍ" ຍ້ອນມອຍໃສ່ຄວາຍ, ອັນວ່າຄາເມບ້ານປະຊາກອນຕັ້ງຢູ່ກໍຈຶ່ງເອີ້ນວ່າ: "ບ້ານນາມອຍ" ຈົນເຖິງປັດຈຸບັນກໍຍັງເອີ້ນວ່າ: "ບ້ານນາມອຍ")
* ນາຍພານເຈົ້າ ເດີນຕໍ່ຕາມໄປ
ລາວໄດ້ນໍາໄປເຖິງ ທ່າລົງວັງນໍ້າ
ໄປຢືນເກີ້ ຫຼຽວໄປມາຢ້ຽມສ່ອງ
ບໍ່ເຫັນຄວາຍບັກເຖົ້າ ຕົວນັ້ນແວ່ລົງ ຫັ້ນນາ
(ຈຶ່ງເອີ້ນບ່ອນນັ້ນວ່າ: "ທ່າຢ້ຽມ" ແຕ່ບໍ່ໄດ້ຕັ້ງເປັນບ້ານ)
* ນາຍພານບໍ່ໄດ້ລັ້ງ ສືບຕໍ່ຕິດຕາມ
ນໍາຮອຍຄວາຍ ຕໍ່ໄປບໍ່ມີຊ້າ
ພໍໄປເຖິງອີກຫ້ວຍ ເຫັນຮອຍຄວາຍລົງທ່າ
ໄປເກືອກກວນຫ້ວຍນ້ອຍ ຕົມຍັງເປື້ອນແປດໃບ ນັ້ນເດ
(ຈຶ່ງເອີ້ນຫ້ວຍນັ້ນວ່າ: "ຫ້ວຍນໍ້າກວນ + ບ້ານນໍ້າກວນ" ຫຼັງຈາກປະເທດຊາດໄດ້ຮັບການປົດປ່ອຍໄດ້ຍ້າຍບ້ານຂຶ້ນໃສ່ແຄມທາງໃຫຍ່ໃສ່ຊື່ວ່າ: "ບ້ານຫ້ວຍຂອນແກ່ນ" ຕໍ່ມາໄດ້ປ່ຽນຄືນເປັນບ້ານນໍ້າກວນດັ່ງເດີມ) ເມື່ອຄວາຍຂຶ້ນຈາກຫ້ວຍມັນອວ່າຍຄືນຂ້າມສັກເຂົ້າໄມ້ໄປໃນປ່າດົງເດີນໜ້າໄປເລື້ອຍຈຶ່ງ
ເອີ້ນບ່ອນນັ້ນວ່າ: "ຂ້າມສັກ + ບ້ານຂ້າມສັກ" ຕໍ່ມາໄດ້ຍ້າຍບ້ານຂຶ້ນໃສ່ແຄມທາງໃຫຍ່ໃສ່ຊື່ວ່າ: "ບ້ານ
ຫ້ວຍຕາວ" ເທົ້າເຖິງທຸກວັນນີ້.
* ພານກໍໄວວາຟ້າວ ສືບຕໍ່ຕາມໄປ
ລາວໄດ້ແວ່ພັກເຊົາ ຢູ່ແຄມນານ້ອຍ
ລາວຈົກເອົາແຜ່ນຜ້າ ແຜນຍາມມາດູເບິ່ງ
ຊິມີໂຊກລາບແທ້ ພານເຈົ້າຊື່ນຊົມ ແທ້ນາ
(ຈຶ່ງເອີ້ນວ່າ: "ນາດູ + ບ້ານນາດູ" ຕໍ່ມາເອີ້ນວ່າ: "ນາດູ່ + ບ້ານນາດູ່" ແລະ ໄດ້ຍ້າຍບ້ານຂຶ້ນໃສ່ແຄມທາງໃຫຍ່ກໍຍັງເອີ້ນວ່າ: "ບ້ານນາດູ່" ດັ່ງເດີມ).
* ຄວາຍມັນໄດ້ມຸ່ງໜ້າ ລົງໄປຊໍ່ານາຕົມ
ຮອຍມັນສົມຫຼາຍໂຕ ຍໍ່າສັກຕົມຂຸ້ນ
ແລ້ວກໍຫັນອວ່າຍໜ້າ ອອກຈາກນາເດີນຕໍ່
ເດີນຕໍ່ໄປເລື້ອຍໆ ລົງໃຕ້ບໍ່ແວ່ເຊົາ ເຈົ້າເອີຍ
(ນາທົ່ງນັ້ນເອີ້ນວ່າ: "ນາສັກ + ບ້ານນາສັກ" ມາເຖິງທຸກວັນນີ້)
* ອັນວ່ານາຍພານເຈົ້າ ຈື່ງຂື່ງດັງແດງ
ຕິດຕາມຮອຍ ບໍ່ທໍ້ຖອຍເດີນເລື້ອຍ
ໄປເຖິງແຄມນານັ້ນ ມີເຕັມແຕ່ກໍຂ່າ
ຫຼາຍຍິ່ງລົ້ນ ໂພນນານັ້ນກໍຫຼາກຫຼາຍ
(ຈຶ່ງເອີ້ນວ່າ: "ນາຂ່າ + ບ້ານນາຂ່າ" ຕໍ່ມາໄດ້ຍ້າຍບ້ານຂຶ້ນໃສ່ແຄມທາງໃຫຍ່ໃສ່ຊື່ວ່າ: "ບ້ານນາອຸດົມໄຊ") ຫຼັງຈາກນາຍພານໄດ້ຜ່ານນາ ຜ່ານປ່າຂ່າເຂົ້າໄປໃນດົງຊໍ້າຍິ່ງມີກໍຂ່າຫຼາຍມີທັງຂ່ານ້ອຍຂ່າໃຫຍ່ເຕັມປ່າດົງ ຈຶ່ງເອີ້ນວ່າ: "ດົງຂ່າ + ບ້ານດົງຂ່າ" ຕໍ່ມາໄດ້ຍ້າຍບ້ານຂຶ້ນໃສ່ແຄມທາງໃຫຍ່ກໍຍັງໃສ່ຊື່ເດີມ.
* ນາຍພານເຈົ້າ ປົງເຄື່ອງເຊົາແຮງ
ກິນເຂົ້າເຢັນຍາມແລງ ຂ່າອ່ອນກິນກັບພ້ອມ
ລາວໄດ້ນອນຄືນຄ້າງ ກາງໄພປ່າໄມ້ໃຫຍ່
ສຽງໄກ່ປ່າຈັ້ນໆ ຂັນເລີຍແລ້ວຕື່ນນອນ
* ລາວກໍເຮາະເຄື່ອງໄດ້ ທຸກຢ່າງຈັດເອົາ
ກິນເຂົ້າງາຍຫາຍຫິວ ດຸ່ງເດີນໄປເລື້ອຍ
ພໍເມື່ອແລງລົງຄ້ອຍ ເຊົາໃນດົງພັກຜ່ອນ
ພານໄດ້ນອນແວ່ຄ້າງ ຄືນນັ້ນຢູ່ດົງ ນັ້ນນາ
* ຕອນນັ້ນ ຄວາຍມຸ່ງໜ້າ ດັ້ນປ່າເດີນໄພ
ບໍ່ໄດ້ເຊົາຢຸດພັກ ລ່ວງເລີຍໄວຟ້າວ
ກໍຈຶ່ງໄປເຖິງເທົ້າ ນາແປນທົ່ງໃຫຍ່
ມີໜອງນໍ້າໃຫຍ່ກວ້າງ ຄວາຍນັ້ນແວ່ລົງ ຫັ້ນນາ
* ຖິ່ນນັ້ນເປັນເມືອງເຈົ້າ ພະຍາໃຫຍ່ກໍາມະທາ
ບ່ອນຍາດນາງສະອິ່ນຄໍາກອງ ຄູ່ຄອງທ້າວກໍ່າພ້າ
ນາທົ່ງແປນແດນກວ້າງ ເປັນສະໜາມຊີງຍາດ
ທະຫານກໍາມະທາເຄື່ອນຍ້າຍ ຫຼາຍລົ້ນຫຼັ່ງມາ
* ຫຼຽວເບິ່ງຍາບໆຍ້າຍ ເຕັມທົ່ງນາແປນ
ທະຫານຫຼາຍໝື່ນແສນ ກື່ນກອງນອງລົ້ນ
ກໍ່າພ້າປາແດກຄົນດຽວສູ້ ຊີງນາງນົງນາດ
ໃຈອາດຫານເກັ່ງກ້າ ຕີສູ້ຊະນະມານ ເຈົ້າເອີຍ
* ຄົນບຸນທ້າວກໍ່າພ້າ ໄດ້ຂຶ້ນນັ່ງແທນເມືອງ
ພະຍາກໍາມະທາ ຜູ້ບາບໜາຕາຍຈ້ອຍ
ແມ່ນຊິບະບົນຟ້າ ເທວະດາເພິ່ນບໍ່ຊ່ອຍ
ຄົນຖ່ອຍຂີ້ກະບົດຄົດລ້ຽວ ຊິລົງໝໍ້ແຜ່ນແດງ ແທ້ນາ
* ທົ່ງນາມີແຫຼ່ງນໍ້າ ບໍ່ເຄີຍແຫ້ງເຂີນດິນ
ຄວາຍເງິນລົງໄປກິນ ແມບຟູມໜອງນໍ້າ
ໃນໜອງນໍ້າ ມີເຕັມແຕ່ຜັກຈອກ
ມີແຕ່ຈອກອ້ອຍຕ້ອຍ ແໜນັ້ນບໍ່ປົນ
(ຈຶ່ງເອີ້ນໜອງນັ້ນວ່າ: "ໜອງຈອກ" ມາເຖິງເທົ້າທຸກວັນນີ້, ເປັນສະວັງນໍ້າຂອງພະຍາກໍາມະທາ) ອັນວ່າຄາເມບ້ານປະຊາກອນຕັ້ງຢູ່ນັ້ນ ຫຼັງຈາກເປັນເມືອງຮ້າງກໍກາຍເປັນບ້ານເອີ້ນວ່າ: "ບ້ານນາແປນ + ບ້ານໜອງຈອກ + ບ້ານາພຽງ" ຕາມລໍາດັບເຖິງປັດຈຸບັນ.
* ຄວາຍເງິນໄດ້ເຄື່ອນຍ້າຍ ຈາກທົ່ງນາແປນ
ກາຍນາແປນໄປເຖິງ ປົ່ງຊໍາສັດຫຸ້ມ
ຄວາຍມັນລົງໄປແຫ້ນ ດິນເຄັມກິນປົ່ງ
ຢູ່ໃນດົງເຂດນັ້ນ ມີແທ້ແຕ່ປົ່ງຊໍາ ນັ້ນນາ
("ປົ່ງ" ແມ່ນບ່ອນດິນເຄັມຈຶ່ງໃສ່ຊື່ວ່າ: "ບ້ານປົ່ງ" ຕໍ່ມາໄດ້ຍ້າຍບ້ານຂຶ້ນໃສ່ບ່ອນໂນນ (ເຂດບ້ານທ້າວກໍ່າພ້າປາແດກ) ກໍຍັງເອີ້ນວ່າ: "ບ້ານປົ່ງ" ຕາມເດີມ).
* ຈາກນັ້ນ ຄວາຍມຸ່ງໜ້າ ບໍ່ຢຸດແວ່ທາງໃດ
ຈົນໄປເຖິງລໍາຂອງ ແມ່ນະທີຍາວກ້ວາງ
ຄວາຍກໍລົງລູຍນໍ້າ ເຊົາມີແຮງຄາວໜຶ່ງ
ແລ້ວຈຶ່ງລອຍລັດຂ້າມ ໄປຟູມນໍ້າຢູ່ຄົກເວີນ ພຸ້ນເດ
(ບ່ອນຄວາຍເງິນລອຍຂ້າມ ຢູ່ໃຕ້ແກ້ງຂົດຄູ້ ບ້ານປາກມີ້, "ຄົກ" ບ່ອນຄວາຍໄປຟູມແມບຢູ່ຝັ່ງຂອງເບື້ອງປະເທດໄທໃກ້ໆກັບບ້ານຜາແບ່ນ ທາງທິດຕາເວັນອອກ).
* ສ່ວນວ່ານາຍພານເຈົ້າ ເອົາໃຈໃສ່ນໍາຮອຍ
ບໍ່ມີວັນຊິຖອຍ ຮອດບ່ອນຄວາຍລອຍຂ້າມ
ລາວໄດ້ແນມເຫັນແລ້ວ ຄວາຍເງິນຟູມແມບ
ຢູ່ຄົກຝັ່ງເບື້ອງນັ້ນ ຕາຈ້ອງສ່ອງເຫັນ ຫັ້ນເດ
ລາວໄດ້ແນມເຫັນແລ້ວ ຢູ່ຄົກຝັ່ງເບື້ອງນັ້ນ
* ລາວເຫັນຕາຄວາຍຊໍ້າ ຕາຈ້ອງສ່ອງເຫັນ ຫັ້ນເດ
ທັງສອງຕາ ບໍ່ມີບ່ອນດໍາຂາວ
ອັນວ່າຄວາຍເຖິກເຖົ້າ ຄືດັ່ງຝາງແດງເຂັ້ມ
ນາຍພານເປັນປ່ວງບ້າ ເຫງົາໃຈບໍ່ມີສວ່າງ
ຄວາຍເງິນຟູມແມບ ນໍາຂ້າຢູ່ບໍ່ເຊົາ ເຈົ້າເອີຍ
("ຄົກ" ບ່ອນຄວາຍຟູມແມບນັ້ນເອີ້ນວ່າ: "ຄົກຕາແດງ" ຍ້ອນເຫັນຕາຄວາຍແດງ ມາເຖິງທຸກວັນນີ້).
* ຈື່ງຂື່ງໃຈຫອດຫິ້ວ ຟ້າວຝັ່ງກະກຽມ
ຫວັງຊິຍິງຄວາຍເງິນ ແນ່ນອນຄາວນີ້
ລາວປົດຖົງບັ້ງແຫຼ້ງ ໄວວາອອກຈາກບ່າ
ເອົາພາດແຂນຫ້ອຍໄວ້ ຜານັ້ນຄ່ອຍວາງ ວ່ານາ
(ຜານັ້ນຫ່າງຈາກແກ້ງຂົດຄູ້ລົງໄປປະມານ 2-3 ກິໂລແມັດ ຈຶ່ງເອີ້ນວ່າ: "ຜາຫ້ອຍແຫຼ້ງ" ມາເຖິງທຸກວັນນີ້).
* ຄັນແລ້ວລາວກໍໄດ້ ຊອກຫາທີ່ກໍາບັງ
ແນທະນູຍໍຍົກ ໃສ່ຄວາຍເລັງເປົ້າ
ໃຈໝາຍໝັ້ນ ພັນເປີເຊັນຄັກແນ່
ຄາດຊິໄດ້ແທ້ໆ ຄາວນີ້ແນ່ນອນ ແລ້ວນໍ
* ຍາມນັ້ນ ມີເຮືອແຜນພໍ່ຄ້າ ແລ່ນຂຶ້ນຕ່າງໜັງມາ
ຄວາຍພະຫວາຕົກໃຈ ໂພ່ຈາກວັງເວີນກວ້າງ
ມັນກໍວອຍໆຂຶ້ນ ເທິງພູເຂົາໃຫຍ່
ແລ່ນຂຶ້ນໄປເລື້ອຍໆ ໄປນອນແມບຢູ່ຈອມ ພຸ້ນນາ
("ເຮືອແຜນ" ແມ່ນ "ເຮືອທໍ່" ພູທີ່ຄວາຍເງິນແລ່ນຂຶ້ນໄປຢູ່ເບື້ອງທິດຕາເວັນອອກສ່ຽງໃຕ້ໃກ້ກັບ
ບ້ານນາແບ່ນ, ຄວາຍໄປນອນເກືອກຢູ່ເທິງພູກໍເກີດເປັນບວກເປັນໜອງ ຈຶ່ງເອີ້ນວ່າ: "ພູຄວາຍເງິນ"
ສືບຕໍ່ມາທຸກວັນນີ້).
ພິມ ໂດຍ ຄຣູບາ ຄຳໃສ ອານົນທ໌
ພຶດສະພາ ຄ.ສ.໒໐໑໑
No comments:
Post a Comment