หน้าเว็บ

Friday, 10 June 2011

ນິທານແກ້ງຂົດຄູ້ (ຕອນທີ່ ໔)

ຄຶດເຖິງເມຍລູກເຕົ້າ ຫຼາຍວັນໄດ້ພັດພາກ
ປານນີ້ເມຍລູກນັ້ນ ຊິເນົາຢັ້ງຢູ່ຈັງໃດ ເດນໍ
* ແລ້ວເລົ່າເລີຍລ່ວງເຂົ້າ ເຂດຖິ່ນເມືອງຕົນ
ລາວນັ້ນດີໃຈຫຼາຍ ໄດ້ຕ່າວຫວນຄືນບ້ານ
ນາຍພານເຈົ້າ ເຊົາແຮງພັກຜ່ອນ
ຍາມເມື່ອຄາຍເມື່ອຍຮ້ອນ ຄາວນ້ອຍກໍດຸ່ງໄປ
* ບໍ່ໄດ້ດົນນານຊໍ້າ ເຖິງຖິ່ນເຮືອນຕົນ
ທັງພີ່ນ້ອງລູກເມຍ ແລ່ນມາຊູຊ້ວນ
ລາວກໍປົງຫາບຊີ້ນ ປົດທະນູລົງບ່າ
ກັບທັງພ້າອີ່ໂຕ້ ວາງໄວ້ບ່ອນເດີມ ຫັ້ນນາ
* ອັນວ່າຊາວພີ່ນ້ອງ ກໍຊົມຊື່ນແຊວໆ
ພາກັນມາເປັນແຖວ ທາບທາມພານເຈົ້າ
ລາວກໍຍິນດີດ້ວຍ ຢາຍປັນຊີ້ນຕ່ອນ
ຜູ້ລະຕ່ອນສອງຕ່ອນໃຫ້ລ້າ ບໍ່ມີເວົ້າວ່າຂາຍ ວ່ານາ
* ສ່ວນວ່າຊາວພີ່ນ້ອງ ກໍ້າຝ່າຍຫຼວງພະບາງ
ຊີ້ນໜັງປັນໃຫ້ພໍ ຫໍ່ສົ້ມຢາຍໄປພ້ອມ
ກໍຫາກບໍລະບວນແລ້ວ ນາຍພານເດີນປ່າ
ຄັນເມື່ອມາຮອດບ້ານ ຕົນແລ້ວສວ່າງມະໂນ ເຈົ້າເອີຍ
* ກ່າວຊໍ້າອີກພີ່ນ້ອງ ກຸງເກົ່າຫຼວງພະບາງ
ເຂືອຫາກດີໃຈຫຼາຍ ຟ້າວຄືນເມືອບ້ານ
ພາກັນໄຂຫໍ່ສົ້ມ ຊີມລອງສົ້ມພັດໂອ່
ສົ້ມຄວາຍໂອ່ແທ້ໆ ຊິເຈັບທ້ອງບໍ່ກິນ ແມ້ນາ
("ໂອ່" ໝາຍເຖິງ "ສຸ" ຈົນນ້ອຍ ຈົນກິນບໍ່ໄດ້. ຈັ່ງຊັ້ນໃນການປາກເວົ້າຂອງຊາວຫຼວງພະບາງລົງທ້າຍຈຶ່ງວ່າໂອ່ ຕົວຢ່າງ: ໄປແທ້ໂອ່, ຂອງຂ້ອຍແທ້ໂອ່. ມາແຕ່ປາງນັ້ນ ປັດຈຸບັນກໍຍັງມີສໍານຽງລົງລົງທ້າຍວ່າ "ໂອ່" ສືບຕໍ່ມາທຸກວັນນີ້)
* ຂໍຢຸດເຊົາພັກໄວ້ ຄວາຍເງິນເທົ່ານີ້ກ່ອນ
ໃນບັ້ນຕອນຕໍ່ໜ້າ ຊິຈົງເວົ້າແຕ່ເລື່ອງພານ ທ່ານເອີຍ
ຫຼັງຈາກນາຍພານຈື່ງຂື່ງດັງແດງສໍາເລັດໃນການໄປເຊີດເນື້ອຊອກຍິງໄດ້ຄວາຍເງິນຕາມຈຸດປະສົງ ຂອງລາວ ແລະ ໄດ້ຕ່າວກັບຄືນມາເຖິງບ້ານເຮືອນແລ້ວ:
* ພານຍັງຄຶດບໍ່ແລ້ວ ຫງໍາເງືອດຢູ່ໃນໃຈ
ວ່າຊິໄປຂົນຫີນ ອັດປ່ອງທາງເຮືອຄ້າ
ເມື່ອຕົກລົງໃຈໄດ້ ກໍລາເມຍເອີ້ນສັ່ງ
ລາລູກເຕົ້າພີ່ນ້ອງ ວັນໜ້າຊິດຸ່ງໄປ
* ລູກເມຍໄດ້ວ່າຫ້າມ ລາວຄຽດບໍ່ມີຟັງ
ວ່າຈະບໍ່ຖອຍຫຼັງ ມີແຕ່ທາງເດີນໜ້າ
ເມື່ອໄດ້ຍາມດີແລ້ວ ກໍລົງເຮືອນຟ້າວຝັ່ງ
ບໍ່ໄດ້ລໍເລົ່າລັ້ງ ເຖິງເທົ້າບ່ອນໝາຍ ຫັ້ນນາ
* ພານກໍຮີບເຮັ່ງຮ້ອນ ຫາບຫີນໃຫຍ່ເທລົງ
ຫຼຸຫຼັ່ງຕັນບ່ອນຮອມ ປອງທຽວເຮືອຄ້າ
ຖອກລົງຫຍັບໄປໃກ້ ຊິຈອດໄທເຖິງຝັ່ງ
ໜາມກ່າມໄດ້ທັ່ງຟື້ນ ປັກເທົ້າສຽບແທງ ເຈົ້າແລ້ວ
* ລາວກໍຄຶດໄຄ່ໄດ້ ເຂັມບົ່ງອອກຍັງໜາມ
ເຂັມກໍເລີຍເລົ່າເສຍ ຫຼູດມືລົງນໍ້າ
ລາວກໍຄວາເຄຍຄົ້ນ ງັດໂງນຫີນໂງ່ນ
ບໍ່ມີທາງຊິພໍ້ ຈົມປິ້ງບໍ່ຟູ ແທ້ນາ
(ຈຶ່ງໃສ່ຊື່ບ່ອນນັ້ນວ່າ: "ຕົກເຂັມ ຫຼື ຄອນເຂັມ" ກໍວ່າສືບຕໍ່ມາທຸກວັນນີ້, ບ່ອນບົ່ງໜາມເຂັມຕົກນໍ້າຢູ່ຕິດໂນນພູນ້ອຍຝັ່ງເບື້ອງລາວ)
* ອັນວ່າຈື່ງຂື່ງເຈົ້າ ພານໃຫຍ່ດັງແດງ
ມີພະລັງແຂງແຮງ ຫາບແບກຫີນຕັນແກ້ງ
ທັງໄລ່ຍິງນໍາຂ້າ ຄວາຍເງິນປົບແລ່ນ
ຍິງຕາຍດັບຊີບແລ້ວ ພານເຈົ້າຈິ່ງຄ່ອຍເຊົາ
* ເລີຍເລົ່າຮ້ອນຮອດໄທ້ ເທວະດາອິນທາ
ຫີນສີລາເລີຍແຂງ ໝອກບໍ່ລົງລົມຄ້າງ
ແດນສະຫວັນເມືອງຟ້າ ສຸກສໍາລານເລີດຍິ່ງ
ເມືອງມະນຸດເກີດເດືອດຮ້ອນ ພະອິນເຈົ້າແຕ່ງລົງ
(ພະຍາອິນຫຼິງເຫັນກໍຮໍ່າຮອນວ່າ: ຫາກຈະປ່ອຍໃຫ້ຈື່ງຂື່ງດັງແດງອັດຕັນແກ້ງຈົນສໍາເລັດກໍຈະເກີດ ນໍ້າຖ້ວມບ້ານຖ້ວມເມືອງ, ເຮືອແພນາວາຈະທຽວຂຶ້ນ-ລ່ອງໄປມາບໍ່ໄດ້, ປະຊາກອນຈະເກີດເດືອດຮ້ອນຈຶ່ງຕັດສັ່ງໃຫ້ເທພະບຸດຕົນໜຶ່ງລົງມາເພື່ອແກ້ໄຂບັນຫາ, ວ່າແລ້ວເທພະບຸດຕົນນັ້ນກໍໄດ້ລົງມາແປງເພດເປັນຈົວນ້ອຍເຂົ້າໄປຫາຈື່ງຂື່ງດັງແດງທີ່ນັ່ງພັກຜ່ອນຢູ່ໂງ່ນຫີນ ຫຼັງຈາກລາວໄດ້ບົ່ງໜາມປັກອອກແລ້ວ.
ຈົວນ້ອຍໄດ້ຖາມເຖິງເລື່ອງລາວຕ່າງໆທີ່ພາໃຫ້ອັດຕັນແກ້ງ, ຈື່ງຂື່ງດັງແດງກໍເລົ່າຄວາມຈິງສູ່ຈົວ
ນ້ອຍຟັງທຸກຢ່າງ ເມື່ອໄດ້ຊາບລາຍລະອຽດແລ້ວຈົວນ້ອຍກໍເອີ່ຍສຽງຂຶ້ນເປັນສໍານຽງອັນອ່ອນນວນຊວນຟັງວ່າ: ພໍ່ອອກແບກຫີນເທື່ອລະກ້ອນ ແລະ ໃຊ້ໄມ້ຍຸງໄມ້ຍາງເປັນໄມ້ຄານຫາບເອົາມັນກໍຕື່ມໜັກ ບໍ່ໄດ້ຫີນຫຼາຍ ຖ້າຢາກໃຫ້ແລ້ວໄວຄວນເອົາໄມ້ເຮ້ຍຫຼາຍໆລໍາມາມັດຕິດຕໍ່ກັນເຮັດເປັນກ້ວນເປັນໄມ້ຄານຫາບເອົາມັນຈຶ່ງບໍ່ໜັກທັງໄດ້ຫີນຫຼາຍຕັນແກ້ງຈິ່ງຈະແລ້ວໄວ ເມື່ອໄດ້ຍິນຈົວນ້ອຍກ່າວເຊັ່ນນັ້ນຈື່ງຂື່ງດັງແດງບໍ່ພິຈາລະນາຖ້ວນຖີ່ຫຼົງເຊື່ອຄໍາຈົວນ້ອຍກໍຕົກລົງໃຈທັນທີເຮັດຕາມທີ່ຈົວນ້ອຍໄດ້ແນະນໍາທຸກຢ່າງ.
* ຈາກນັ້ນ ລາວກໍກັບຕ່າວບ້ານ ຟ້າວຝັ່ງເມືອເຮືອນ
ເມື່ອໄດ້ເຖິງເຮືອນຫໍ ບໍ່ໄດ້ດົນນານຊ້າ
ລາວກໍກຽມເອົາໄດ້ ອຸປະກອນຂວານສີ່ວ
ແລ້ວກໍລີວອອກບ້ານ ອຸປະກອນຂວານສີ່ວ
(ລາວບ່ອງຜາສໍາເລັດໜ່ວຍໜຶ່ງ ຢູ່ມໍ່ບ້ານຂອງລາວຍັງອີກໜ່ວຍທີສອງເພື່ອເປັນຄູ່ຫາບຊາກັນແຕ່ບໍ່ທັນໄດ້ບ່ອງຍ້ອນຟ້າວຢາກໃຫ້ແລ້ວໄວໆ ລາວກໍໄປຕັດເອົາໄມ້ເຮ້ຍຢ່າງຫຼວງຫຼາຍມາມັດຕິດຕໍ່ກັນເຮັດເປັນກ້ວນໃຫຍ່ຍາວ ແລ້ວຍົກສອດໃສ່ຜາໜ່ວຍທີ່ລາວບ່ອງໄວ້ນັ້ນ ອີກສົ້ນໜຶ່ງກໍເອົາມັດຕິດໃສ່ຜາໜ່ວຍທີສອງທີ່ບໍ່ທັນໄດ້ບ່ອງມັດຮັດແໜ້ນໆຈົນຄັກແນ່ໃນໃຈ ພັກເມື່ອຍເຊົາແຮງຢູ່ຄາວໜຶ່ງລາວກໍໂຍບນັ່ງລົງເອົາໄມ້ຄານແປະໃສ່ບ່າຮຶດຂຶ້ນຢ່າງແຮງດ້ວຍນໍ້າໜັກຂອງຫີນຜາອັນມະຫາສານນັ້ນ)
* ເຮັດໃຫ້ຄານໄມ້ເຮ້ຍ ຫັກທົບບາດຄໍຕາຍ
ພານກໍດັບຊີວາຍ ຢູ່ຫວ່າງຜາຕາຄ້າງ
ຈື່ງຂື່ງມໍລະນາມ້ຽນ ບໍ່ວຽນຄືນກັບຕ່າວ
ຕາຍນັ່ງຂົດຂີ້ຄູ້ ຍ້ອນກໍາຕ້ອງແລ່ນທັນ ຫັ້ນແລ້ວ
* ຈື່ງຂື່ງຕາຍຂົດຄູ້ ຍ້ອນເຂື່ອນແກ້ງຄູນຫີນ
ພະຍາອິນຫຼິງເຫັນ ໃສ່ກໍາພານເຈົ້າ
ເລີຍເລົ່າມີນາມແຈ້ງ ຄົນໂບຮານໄດ້ລືຊື່
ແກ້ງຂົດຄູ້ວ່າໄວ້ ປາງນັ້ນກ່າວມາ ທ່ານເອີຍ
(ຜາໜ່ວຍທີໜຶ່ງ ທີ່ນາຍພານຈື່ງຂື່ງໄດ້ບ່ອງນັ້ນເອີ້ນວ່າ: "ຜາບ່ອງ" ຍັງມີຮ່ອງຮອຍເຈາະບ່ອງ
ຊອດເປັນຮູ, ຜາໜ່ວຍທີສອງ ທີ່ລາວເອົາຄານກ້ວນໄມ້ເຮ້ຍມັດຕິດນັ້ນເອີ້ນວ່າ: "ຜາເຫຼື້ອງ" ກໍຍັງມີຮ່ອງຮອຍເປັນລັກສະນະຜານັ້ນເຫຼື້ອງ (ງ່ຽງໜ້ອຍໜຶ່ງ) ຕໍ່ມາເອີ້ນວ່າ: "ຜາເລືອງ" ຜາທັງສອງໜ່ວຍນີ້ຢູ່ດິນແດນເມືອງເຟືອງ + ຫີນເຫີບ ແຂວງວຽງຈັນ) ອັນວ່າຄາເມບ້ານປະຊາກອນຕັ້ງຢູ່ນັ້ນກໍຍັງເອີນວ່າ: "ບ້ານຜາບ່ອງ + ຜາເລືອງ" ມາເຖິງເທົ້າທຸກວັນນີ້.
* ຈື່ງຂື່ງຕາຍຂົດຄູ້ ໄມ້ເຮ້ຍບາດເຕັງຄໍ
ກໍເພາະເວນລາວທໍາ ບາບກໍາມີໄວ້
ກໍາຈຶ່ງມານໍາຕ້ອງ ສະໜອງທັນຮ່ວມຊາດ
ບໍ່ລໍໄວ້ຊາດໜ້າ ບໍ່ຄອຍຖ້າຊາດຊິມາ
* ກໍາໜຶ່ງ ລາວເຂັ່ນຂ້າ ຕິດຕາມໄລ່ຄວາຍເງິນ
ແມ່ນຊິເດີນໄປໃສ ກໍໄຕ່ຕາມຈົນໄດ້
ຄວາຍຜ່ານຕາຍວຽນຂຶ້ນ ພູຊັນກໍນໍາໄລ່
ຍິງຕາຍດັບຊີບແລ້ວ ກໍາຕ້ອງແລ່ນທັນ ເຈົ້າເອີຍ
* ກໍາສອງ ອັດຕັນແກ້ງ ຫວັງບໍ່ໃຫ້ເຮືອທຽວ
ເສຍປະໂຫຍດໜ້ອຍດຽວ ບໍ່ຄວນທໍາລົງໄດ້
ກໍາໄດ້ມາຕາມຕ້ອງ ເວນທັນຈູງຈ່ອງ
ອິດສາພວກພີ່ນ້ອງ ພະອິນເຈົ້າໃສ່ກໍາ ວ່ານາ
* ອັນວ່າກໍາເວນນັ້ນ ມັນບໍ່ໄດ້ທໍາລາຍ
ບໍ່ສ້າງຄວາມຈິບຫາຍ ແກ່ຜູ້ໃດທັງນັ້ນ
ຕັ້ງຫາກແມ່ນຄົນສ້າງ ເຮັດເອົາຫາໃສ່
ຜູ້ທີ່ໃຈຄົດລ້ຽວ ຄົນນັ້ນໄດ້ເຮັດເອົາ
* ຄືດັ່ງໂຄດົມເຈົ້າ ສອນສັ່ງທໍາມະທານ
ຜູ້ທໍາບຸນໄດ້ບຸນ ຜູ້ທໍາບາບໄດ້ບາບ
ຜູ້ທໍາບຸນໆສົ່ງຍູ້ ຜູ້ທໍາບາບກໍາຈ່ອງໄວ້
ບຸນບາບມີແທ້ໆ ບໍ່ແປປີ້ນປ່ຽນໄປ ແທ້ເນີ

* ແກ້ງຂົດຄູ້: ເມື່ອເຖິງລະດູແລ້ງຫີນແກ້ງພົ້ນຂຶ້ນ, ຊາວເມືອງຊະນະຄາມສ່ວນຫຼາຍແມ່ນຊາວບ້ານ ປາກມີ້ ແລະ ບ້ານໃກ້ຄຽງທັງສອງຟາກຝັ່ງແມ່ນໍ້າຂອງໄດ້ພາກັນລົງຫາປາ: ຄວ່າງແຫ, ຕັກກະຕ໋ອງ, ກາງໂຕ່ງ, ໄຫຼມອງ ແລະ ອື່ນໆ ຢູ່ແກ້ງເປັນໝູ່ເປັນຝູງແຕ່ລະມື້ບໍ່ມີຂາດ, ຄືນັບແຕ່ເດືອນ 3 ເຖິງເດືອນ 6 ລາວທຸກໆປີ ເຊິ່ງເປັນອາຊີບເສີມອີກຢ່າງໜຶ່ງຂອງຊາວບ້ານໃນແຖບນັ້ນ ຖ້າຢາກກິນປາສົດຕອນບ່າຍແລງແສງອ່ອນກໍຂີ່ເຮືອນ້ອຍໄປທີ່ແກ້ງກໍຈະສົມປະສົງຂອງທ່ານ.
ເມື່ອເຖິງເດືອນເມສາປີໃໝ່ກຸດສົງການ ຊາວເມືອງຊະນະຄາມ ອໍາເພີຊຽງຄານ, ຍິງຊາຍ ບ່າວສາວທັງສອງຟາກຝັ່ງກໍພາກັນຫຼັ່ງໄຫຼລົງຫຼິ້ນນໍ້າທ່ຽວຊົມແກ້ງຢ່າງເປັນຂະບວນຟົດຟື້ນ, ມີມະໂຫລະສົບຄົບ ງັນດັງກຶກກ້ອງຄຶກຄື້ນໃນຍາມກາງເວັນ ແລະ ສ່ວນຫຼາຍການຄົບງັນນີ້ມີຢູ່ເບື້ອງຝັ່ງປະເທດໄທ ແລະ ຍັງມີປະຊາຊົນມາຈາກຖິ່ນອື່ນ ຕ່າງເມືອງ, ຕ່າງແຂວງ ທັງລາວ ແລະ ໄທ, ທັງຊາວຕ່າງປະເທດກໍພາກັນມາທ່ຽວຊົມເປັນຈໍານວນຫຼວງຫຼາຍ. ນອກຈາກລົງຫຼິ້ນນໍ້າແລ້ວ ບ່າວສາວເປັນໝູ່ຄຽງຄູ່ກັນຍ່າງລຽງຕາມຫາດຊາຍທີ່ຍາວຢຽດໄປຕາມຝັ່ງຂອງເບື້ອງລາວຈົນເຖິງຄັນຄູແກ້ງ (ຫ່າງຈາກຕົວເມືອງເຖິງແກ້ງມີຄວາມຍາວປະມານ 5 ກິໂລແມັດ), ມີບາງຜ່ອງຂີ່ເຮືອນ້ອຍຂຶ້ນລ່ອງ, ບາງຜ່ອງຍ່າງໄຕ່ຕາມຄັນຄູແກ້ງຍາມແລງເປັນໝູ່, ນັ່ງໂງ່ນຫີນເປັນຄູ່ ເປັນຄອບຄົວ ຖ່າຍຮູບ ແລ່ນຢອກໄຍກັນ ແລ້ວຊົມນໍ້າຟາດຟົ້ງໄຫຼລິ້ວລ່ວງຄອນ ກໍສຸດແສນອອນຊອນໃຈຢູ່ບໍ່ໜ້ອຍ.
ທີ່ບໍລິເວນກ້ອງແກ້ງ ແມ່ນຫາດຊາຍຫີນສົ້ມເປັນບໍ່ຫີນຊາຍ, ໄດ້ຂຸດຄົ້ນຂຶ້ນມາພັດທະນາບ້ານເມືອງປະຊາຊົນໄດ້ຊົມໃຊ້ຫີນ-ຊາຍຫາດແຫ່ງນີ້ກໍ່ສ້າງເຮືອນຊານບ້ານຊ່ອງ ແລະ ອື່ນໆ. ພຽງພໍກັບຄວາມຕ້ອງການ, ຢູ່ຫາດນັ້ນໃນລະດູແລ້ງມີຫີນໂງ່ນໜຶ່ງໃຫຍ່ພໍສົມຄວນພົ້ນໜ້ານໍ້າຂຶ້ນມາ ໃນຕົວຫີນມີຝຸ່ນສີມຸ່ນເປັນຂວາຍເຈາະເບາະແຈະແບະ, ຝຸ່ນນັ້ນມີລົດສົ້ມຄືກັບຫີນສົ້ມ, ປະຊາຊົນເອົາຝຸ່ນນັ້ນຮຸກຖູແຂ້ວ, ທາຮີມສົບ ແລະ ເອົາໃສ່ເທົ້າ ເພື່ອປ້ອງກັນນໍ້າກັດຊຶມໃນເວລາເຂົາເຈົ້າລົງຫາປາ, ປັ່ນບ້າງຮ່ອນຄໍາ ແລະ ອື່ນໆ. ຈຶ່ງເອີ້ນຫາດນັ້ນວ່າ: "ຫາດຫີນສົ້ມ ຫຼື ຫາດຊາຍຫີນສົ້ມ" ມາເຖິງເທົ້າທຸກວັນນີ້.
* ຄົກເຂັມ: ດັ່ງທີ່ໄດ້ກ່າວມາແລ້ວເປັນຄົກວັງນໍ້າໃຫຍ່ເລິກມີຄວາມກວ້າງປະມານ 1-2 ເຮັກຕາ ເປັນ
ບໍ່ນໍ້າປະປາຂອງເມືອງ, ຕາມການກ່າວຂານຂອງຄົນເຖົ້າແກ່ໂບຮານເລົ່າສູ່ຟັງວ່າ: ໂນນພູນ້ອຍຕິດກັບຄົກເຂັມນັ້ນ ໃນເມື່ອກ່ອນມີຮູຈາກຈອມພູລົງໃຕ້ດິນຊອດໃສ່ພື້ນຄົກເຂັມ, ເອົາໄມ້ຊາງ ຫຼື ສິ່ງທີ່ຟູນໍ້າຖິ້ມລົງໄປໃນຮູກໍຈະຟູຂຶ້ນໜ້ານໍ້າຄົກເຂັມ, ຮູນັ້ັ້ນແມ່ນທາງທຽວຂຶ້ນ-ລົງຂອງກວາງຄໍາໃນເມື່ອປາງກ່ອນ, ປັດຈຸ ບັນຮູນັ້ນອັດຕັນແລ້ວ (ທໍາມະຊາດໄດ້ອັນຕັນເອງ) ແຕ່ຍັງເຫັນເປັນຮ່ອງຮອຍຢູ່ປາກຮູເບື້ອງເທິງເປັນຫຼຸບໆມີຫີນໂງ່ນໜຶ່ງຕັນຢູ່ປາກຮູນັ້ນ.
ໃນແຕ່ລະປີຜ່ານມານັບແຕ່ເດືອນ 10 ເຖິງເດືອນ 3 ລາວທີ່ພູນ້ອຍແຫ່ງນີ້ໄດ້ມີຝູງນົກປ່າເປັນໝູ່ເປັນຝູງ ຫຼາຍຮ້ອຍ ຫຼາຍພັນໂຕພາກັນບິນຫຼັ່ງໄຫຼມາເຕົ້າໂຮມຫຼິ້ນທີ່ຕົ້ນໄມ້ເທິງພູແຕ່ເຊົ້າຈົນຄໍ່າທຸກມື້ພາ ກັນມາຮ້ອງແຊວໆດັງກ້ອງສະນັ່ນຈັບງ່າໄມ້ເຕັ້ນໄຕ່ໄປມາ ອໍແອສຽງຢອກໄຍກັນຫຼິ້ນແລ້ວກໍບິນເຈີດກ້ຽວໄປມາເປັນໝູ່ບິນເຈີດຂຶ້ນຄືນໂຄ້ງຕ່າວມາຢ່າງສະໜຸກສະໜານພໍໃກ້ຄໍ່າກໍແຕກໜີ ບາງຜ່ອງກໍນອນຢູ່ກັບທີ່ເປັນເວລາ 5-6 ເດືອນຈຶ່ງເລີກລາເປັນແນວນີ້ຕະຫຼອດມາເຖິງປີ 2009 ກໍເປັນອັດສະຈັນຢູ່ບໍ່ໜ້ອຍເໝືອນ
ດັ່ງເທບພະເຈົ້າດົນບັນດານໃຫ້ເກີດຂຶ້ນມາ. ໃນປີ 2010 ໝົດທັງໂນນພູນ້ອຍດັ່ງກ່າວເປັນສະຖານທີ່ຜະ
ລິດນໍ້າປະປາຂອງເມືອງຊະນະຄາມແລ້ວ.
* ແກ້ງຂົດຄູ້ແຫ່ງນີ້ ພານຈື່ງຂື່ງດັງແດງ
ມີພະລັງແຂງແຮງ ລື່ນພາຍສານຊ້າງ
ລາວນັ້ນເປັນຜູ້ສ້າງ ອັດຕັນຄັນຄູແກ້ງ
ແຕ່ວ່າແປງບໍ່ແລ້ວ ແປວເດືອນຫ້າຫຼັ່ງໄຫຼ
* ຍາມເມື່ອເລີຍລ່ວງເຂົ້າ ປີໃໝ່ເດືອນເມສາ
ປວງປະຊາລາວ-ໄທ ຫຼັ່ງໄຫຼເຫຼືອລົ້ນ
ພາກັນລົງຫຼິ້ນນໍ້າ ນະທີຂອງສອງຝັ່ງ
ຟັງສຽງດັງລັ່ນກ້ອງ ສອງເບື້ອງແມ່ນະທີ ມ່ວນເດ
* ສຸດແສນມີຄ່າລົ້ນ ເມື່ອໄດ້ທ່ຽວມາຊົມ
ແມ່ນບຸນວາດສະໜາ ທີ່ໄດ້ມາຕາມຕ້ອງ
ມອງເຫັນແປວເດືອນຫ້າ ຄອນງາມໄຫຼຫຼັ່ງ
ສຽງປີ່ຟອງຟາດຟົ້ງ ຊົມແລ້ວບໍ່ຢາກໄລ ແທ້ນາ.
ນິທານ ແກ້ງຂົດຄູ້ ຈື່ງຂື່ງດັງແດງ ແລະ ຄວາຍເງິນ ເປັນນິທານຊາວບ້ານ ສືບຕໍ່ເລົ່າກັນມາເປັນເວລາດົນນານແສນນານ (ເປັນເລື່ອງປິດສະໜາ) ຂໍໃຫ້ທ່ານຜູ້ອ່ານຈົ່ງໄດ້ຄຶດໄຕ່ຕອງເອົາເອງວ່າຈະເປັນແນວໃດກັນແທ້ ແຕ່ເຖິງຢ່າງໃດກໍດີຜູ້ຂຽນຄຶດວ່າ: ຈະເປັນຄະຕິເຕືອນໃຈ ແລະ ເປັນປະໂຫຍດບໍ່ຫຼາຍກໍໜ້ອຍ ແກ່ທ່ານຜູ້ທີ່ສົນໃຈ ໄດ້ອ່ານ ໄດ້ຍິນ ໄດ້ຮູ້ເຫັນ.
* ຮຽມຂໍໂຈະບົດບັ້ນ ໄວ້ກ່ອນນິທານເດີມ
ບໍ່ໄດ້ເຕີມຫາເອົາ ເພິ່ນເລົ່າມາແນວນີ້
ມີບ່ອນໃດຜິດຂ້າມ ຄໍາບໍ່ງາມບໍ່ຄ່ອງ
ຂໍພີ່ນ້ອງຈົ່ງໄດ້ ອະໄພຂ້ອຍຜູ້ຂຽນ ແດ່ເນີ.

ພິມ ໂດຍ ຄຣູບາ ຄຳໃສ ອານົນທ໌
ພຶດສະພາ ຄ.ສ.໒໐໑໑

No comments:

Post a Comment