Friday, 10 June 2011

ນິທານແກ້ງຂົດຄູ້ (ຕອນທີ່ ໑)

ຕາມຕໍານານກ່າວຂານກ່າວຂານ ຂອງຄົນເຖົ້າແກ່ ເລົ່າສູ່ຟັງວ່າ: ສະໄໝດຶກດໍາບັນ ບໍ່ຮູ້ວ່າດົນນານເທົ່າໃດ ມີຄວາຍເງິນເຖິກໃຫຍ່ໂຕໜຶ່ງ (ອາດເວົ້າໄດ້ວ່າເປັນພະຍາຄວາຍ) ອຸບັດຂຶ້ນຢູ່ທ້ອງຖິ່ນນໍ້າລີກ, ເຂດຜາເຈົ້າເກົ້າຫຼວງ, ດິນແດນສາມຫຼ່ຽມລະຫວ່າງແຂວງຊຽງຂວາງ, ແຂວງຫຼວງພະບາງ ແລະ ແຂວງວຽງຈັນ (ນໍ້າລີກແຕ່ກ່ອນເອີ້ນວ່າ: "ນໍ້າຫຼີກ" ຍ້ອນວ່າຄວາຍເງິນໄດ້ຫຼີກໄປສ້າງເຖື່ອນຢູ່ບ່ອນໃໝ່ ແລະ ເມືອງກາສີໃນເມື່ອກ່ອນເອີ້ນວ່າ: "ເມືອງເຂົາສີ" ເພາະຄວາຍເງິນ ໄດ້ເອົາເຂົາຮຸກສີຕົ້ນໄມ້ຢູ່ໃນປ່າດົງແຫ່ງນັ້ນຈົນເປີກຈົນເລີກ) ໃນໄລຍະຄວາຍເງິນສ້າງເຖື່ອນຢູ່ຜາເຈົ້າເກົ້າຫຼວງ, ໄດ້ມີນາຍພານປ່າຜູ້ໜຶ່ງຊື່ວ່າ: "ຈື່ງຂື່ງດັງແດງ" ລາວກໍຮູ້ແລ້ວວ່າມີຄວາຍເງິນຢູ່ຖິ່ນນັ້ນ (ຄວາຍເງິນມີຂີ້ເປັນສີນໍ້າເງິນ, ຈຶ່ງຮຽກວ່າ: ຄວາຍເງິນ ແລະ ນາຍພານຈື່ງຂື່ງດັງແດງມີຮູບຮ່າງສູງໃຫຍ່ຫຼາຍຕ່າງກັບມະນຸດທໍາມະດາ) ຄໍາວ່າ: "ຈື່ງຂື່ງ" ໝາຍເຖິງສິ່ງຂອງຂະໜາດໃຫຍ່ມີສີແດງສົດໄສ ຫລື ແດງເຂັ້ມ "ດັງແດງ" ໝາຍເຖິງດັງນັ້ນແດງໃຫຍ່ເປັນພິເສດ, ຈຶ່ງໄດ້ຊື່ເຊັ່ນນັ້ນ. ນາຍພານຈື່ງຂື່ງດັງແດງຄົນນີ້ຄົນໂບຮານກ່າວວ່າ "ຮູບຮ່າງຂອງລາວສູງໃຫຍ່ຫຼາຍ, ຂະໜາດນອນສະແຄງເກືອບຈຸຟ້າ, ເດັກນ້ອຍເຂົ້າໄປຫຼິ້ນໝາກບ້າຢູ່ໃນຮູດັງ" ເມຍຂອງລາວຊື່ວ່າ "ນາງແກ້ວຫີຫຼວງ" (ຂໍອະໄພທີ່ໄດ້ກ່າວຕາມຄໍາເລົ່າລືສັບນີ້)
ຄັ້ງໜຶ່ງທັງວອງຜົວເມຍໄດ້ໄປຫາປາໃນລໍາແມ່ນໍ້າຂອງ, ນາງແກ້ວຫີຫຼວງຜູ້ເປັນເມຍໄດ້ນັ່ງຢູ່ຫີນໂງ່ນໜຶ່ງກາງນໍ້າໃຕ້ຄົກອ້າຂາປະມານ 40 ກວ່າແມັດເອີ້ນວ່າ: "ກ້ອນນັ່ງ" ຫຼື "ກ້ອນຕັ່ງ" ໂງ່ນຫີນນີ້ໃນລະດູແລ້ງຈະພົ້ນນໍ້າຂຶ້ນມາມີລັກສະນະຮາບພຽງເປັນຕານັ່ງນອນຫຼິ້ນ, ຫົວເຂົ່າຂອງລາວທັງສອງເບື້ອງ
ຈໍ້າສອງຝັ່ງແມ່ນໍ້າຂອງ, ປິ່ນໜ້າຂຶ້ນທາງເໜືອຮື້ສິ້ນຂຶ້ນໂຕ່ງເອົາປາ, ສ່ວນຈື່ງຂື່ງດັງແດງຜູ້ເປັນຜົວກໍໃຊ້ອະໄວຍະວະເພດຂອງຕົນໄລ່ປາ ຕີນໍ້າ ຍອກທັ່ງລົງມາແຕ່ທາງເໜືອ ແກ້ງສະຍອກ ແກ້ງຫຼວງ ລົງມາຮອດບ່ອນໂຕ່ງເອົາປາ, ນາງແກ້ວຫີຫຼວງກໍຫຸບສິ້ນຂຶ້ນເອົາປາໄປຖອກໃສ່ກາງນາໄດ້ເຕັມ 3 ໄຮ່ນາ ແລະ
ວ່າເທື່ອນີ້ບໍ່ໄດ້ຫຼາຍ, ສ້ຽນປັກອະໄວຍະເພດຈື່ງຂື່ງດັງແດງເປັນໄມ້ແກ່ນ ລາວກໍຂຶ້ນໄປຖອດອອກໄວ້ກາງທົ່ງນາ, ໄມ້ສ້ຽນນັ້ນເອົາຟັນເຮັດເຮືອໄດ້ໜຶ່ງລໍາຍາວ 20 ວາ ນາທົ່ງນັ້ນເອີ້ນວ່າ: "ນາຂອນແກ່ນ" ມາເຖິງເທົ້າທຸກວັນນີ້ (ຢູ່ເຂດບ້ານຄົກອ້າຂາເມືອງ ແລະ ແຂວງໄຊຍະບູລີ).
ກ່າວເຖິງບັ້ນໜຶ່ງ ໃນນິທານ 3 ສ່ຽວໄປຄ້ານໍາກັນ ຊຶ່ງມັນກ່ຽວກັບນິທານຈື່ງຂື່ງດັງແດງນີ້ວ່າ: ໄດ້ມີອ້າຍມືໂປ້, ອ້າຍແຂນສັ້ນຍາວ ແລະ ອ້າຍຕາເລິກ, ທັງສາມເປັນສ່ຽວຮັກສ່ຽວແພງກັນ, ຄຶດໄດ້ກໍຊວນກັນໄປຄ້າ ເມື່ອຕົກລົງກັນໄດ້ແລ້ວກໍຫ້າງຫາກະກຽມເອົາເຄື່ອງຂອງອອກເດີນທາງເປັນເວລາ 3 ມື້ກໍໄປຮອດຄົກອ້າຂານັ້ນເປັນເວລາແລງໃກ້ຄໍ່າ, ກໍພັກຜ່ອນ ແລະ ໄດ້ແຕ່ງໃຫ້ອ້າຍມືໂປ້ໄປຂໍປາດັ່ງທີ່ໄດ້ກ່າວມານັ້ນ, ເມື່ອເຫັນອ້າຍມືໂປ້ຂໍປາໄປແຕ່ງກິນແລງ ຈື່ງຂື່ງດັງແດງ ແລະ ນາງແກ້ວຫີຫຼວງກໍບອກໃຫ້ເອົາ ອ້າຍມືໂປ້ໄດ້ຢິບເອົາປາພໍດີໝົດທັງ 3 ໄຮ່ນາ, ກໍເອົາເມືອໃຫ້ສ່ຽວແຕ່ງກິນ ຊໍ້າພັດບໍ່ມີບ່ວງມີຈອງຮັບໃຊ້ ອ້າຍແຂນສັ້ນຍາວ ກໍຢື້ມືຄືນເມືອເອົາຢູ່ບ້ານ ເມື່ອກິນເຂົ້າແລງແລ້ວກໍພາກັນນອນພັກຄ້າງຄືນຢູ່ທີ່ນັ້ນ. ຕື່ນຮຸ່ງເຊົ້າຂຶ້ນມາມື້ໃໝ່ກໍອອກເດີນທາງຕໍ່ໄປ ຍາມຕາເວັນຄ້າຍລົງແລງທັງສາມສະຫາຍກໍພັກຜ່ອນລົງອາບນໍ້າໄດ້ມີກໍໄຜ່ໄຫລນໍ້າມາເຂົ້າຕາອ້າຍຕາເລິກ ອ້າຍແຂນສັ້ນຍາວຢື້ຈົກອອ ຊໍ້າພັດບໍ່ເຖິງ (ຄໍາທີ່ວ່າ: "ມືໂປ້, ແຂນສັ້ນຍາວ ແລະ ຕາເລິກ" ເປັນຄໍາປິດສະໜາ, ສຸດແທ້ແຕ່ທ່ານຜູ້ອ່ານຈະຕີຄວາມໝາຍໄປແນວໃດ) ຂໍໂຈະນິທານ 3 ສ່ຽວໄວ້ພຽງເທົ່ານີ້.
ກ່າວເຖິງຄວາຍເງິນ ແລະ ນາຍພານຈື່ງຂື່ງດັງແດງ: ຢູ່ຕໍ່ມາຄວາຍເງິນກໍຫຼີກໄປສ້າງເຖື່ອນໃໝ່ຢູ່ພູເຫຼັກ (ເຂດກາສີ + ເມືອງແມດ) ນາຍພານຈື່ງຂື່ງລາວກໍກໍາສະພາບໄດ້ດີທັງເອົາໃຈໃສ່ຕິດຕາມ ແລະ ຄຶດຫງໍາຢູ່ໃນໃຈວ່າ: ມີມື້ໃດມື້ໜຶ່ງຈະຕ້ອງໄປນໍາຍິງເອົາມາໃຫ້ໄດ້ (ນາຍພານປ່າສະໄໝນັ້ນຖືສັດຈະທໍາຢ່ງເຄັ່ງຄັດ ຄຶດວ່າແນວໃດອອກໄປ ຕ້ອງເຮັດໃຫ້ໄດ້ແນວນັ້ນ) ເມື່ອໄດ້ໂອກາດລາວກໍຫ້າງຫາກະກຽມອາວຸດລ່າເນື້ອ (ທະນູ, ພ້າອີ່ໂຕ້ ແລະ ອຸປະກອນຕ່າງໆ) ພ້ອມທຸກຢ່າງຍັດໃສ່ຖົງບັ້ງແຫຼ້ງ, ມີເຂົ້າສານ ແລະ ອາຫານການກິນຄົບຖ້ວນ.
* ພໍເມື່ອຕື່ນຮຸ່ງເຊົ້າ ມື້ໃໝ່ຍາມດີ
ຈື່ງຂື່ງລາລູກເມຍ ຊິດຸ່ງເດີນວັນນີ້
ວ່າຊິໄປທາງກໍ້າ ພູເຫຼັກບ່ອນຄວາຍຢູ່
ໃຫ້ພາກັນຢູ່ເຝົ້າ ເຮືອນຢ້າວເບິ່ງແຍງ ກ່ອນເນີ
* ວ່າແລ້ວ ລາວກໍຈັບເອົາໄດ້ ຖົງເຄື່ອງມາພາຍ
ບາຍເອົາຄັນທະນູ ເຄື່ອງກິນພາຍເປ້
ລົງຈາກເຄຫັງຫ້ອງ ລີລາຍົກຍ່າງ
ເດີນໄປທາງຝ່າຍກໍ້າ ແຖວຖໍ້າເຖື່ອນຄວາຍ ນັ້ນນາ
* ພານໄດ້ເດີນມຸ່ງໜ້າ ດັ້ນປ່າຄົນດຽວ
ຍ່າງຫຼຽວນໍາແນມໄປ ບ່ອນທີ່ລາວໝາຍ
ເລາະລຽບລົງເລີຍຄ້ອຍ ເຫັນຮອຍຄວາຍຫັກໜໍ່
ແລ້ວກໍໄປພົບພໍ້ ເຫັນມຸ້ງຊຸ່ງຄວາຍ ນັ້ນແລ້ວ
* ພານລາວໄດ້ໄຂວ່ຄົ້ນ ຊອກບ່ອນຄວາຍໄປ
ກໍຈຶ່ງເຫັນຮອຍສັກ ຊື່ລົງໄປຫ້ວຍ
ຄວາຍກໍາລັງກິນນໍ້າ ໂຕດຽວບໍ່ມີຄູ່
ຄວາຍມັນບໍ່ໄດ້ຮູ້ ວ່າພານນັ້ນໄຕ່ຕາມ
* ນາຍພານຈອບໝອບເຂົ້າ ຊອກຫາທີ່ກໍາບັງ
ຕົ້ນໄມ້ຮັງເຮືອງສູງ ແມ່ນບໍ່ມີພໍຕົ້ນ
ໂຕລາວນັ້ນ ພັດທັງສູງທັງໃຫຍ່
ປ່າໄມ້ດົງດ່ານນັ້ນ ບໍ່ມີແທ້ບ່ອນບັງ ແທ້ນາ
* ພໍເມື່ຶອຕວາຍອີ່ມນໍ້າ ຫຼຽວລໍ່າເງີຍຄໍ
ງວກໄປມາ ເບິ່ງຕາພານເຈົ້າ
ຄວາຍທະຍານເຕັ້ນ ປົບໄປຟ້າວຝັ່ງ
ຟັງສຽງດັງລັ່ນກ້ອງ ພານຈ້ອງສ່ອງແນມ ຫັ້ນແລ້ວ
(ຫ້ວຍບ່ອນຄວາຍລົງກິນນໍ້ານັ້ນ ເປັນປ່າແຜນ "ແຜນ" ໝາຍຄວາມວ່າ "ແປນ" ຈັ່ງຊັ້ນຈຶ່ງຮ້ອງ
ວ່າ: "ຫ້ວຍນໍ້າແຜນ ເປັນບ້ານນໍ້າແຜນ" ສືບຕໍ່ມາທຸກວັນນີ້, ຢູ່ເຂດເມືອງແມດ ແຂວງວຽງຈັນ).
* ນາຍພານເຈົ້າ ສືບຕໍ່ຕິດຕາມ
ນໍາຮອຍຄວາຍ ແລ່ນໄປພະລັນຟ້າວ
ກາຍນານ້ອຍ ເຫັນຮອຍສັກເຂົ້າປ່າ
ໜາມໂກນທາມືດອື້ຕື້ ໜາແໜ້ນແມ່ນແຕ່ໜາມ
(ນາຍພານລາວຄຶດວ່າ ຄວາຍຕ້ອງຊຸ່ງ (ດັກ) ຢູ່ໃນດອນນັ້ນແຕ່ເຮັດແນວໃດກໍເຂົ້າໄປຫາບໍ່ໄດ້ເພາະ
ປ່າຕຶບມີແຕ່ໜາມ)
* ລາວກໍຄວາຈັບໄດ້ ໄມ້ຄ້ອນໃຫຍ່ຄວ່າງໄປ
ຄວາຍເງິນຕື່ນຕົກໃຈ ແລ່ນໄປບໍ່ລໍຊ້າ
ສັກເຂົ້າດົງເດີນໜ້າ ກາຍນາໄປໄວ່ໆ
ໄປທາງທິດຕໍ່າໃຕ້ ພານເຈົ້າລັດບໍ່ທັນ
(ອັນວ່າທົ່ງນາປ່າຕຶບ ມີແຕ່ໜາມຂ່ອຍ, ໜາມໂກນທາ ແລະ ນາຍພານໄດ້ຄວ່າງຄ້ອນໃສ່ນັ້ນໃສ່ຊື່ວ່າ: "ນາຄວ່າງ + ບ້ານນາຄວ່າງ" ຕໍ່ມາໄດ້ຍ້າຍບ້ານໄປຕັ້ງໃສ່ແຄມທາງໃຫຍ່ເອີ້ນວ່າ: "ບ້ານໂພນແຍງ"ເຂດເມືອງແມດ)
* ຈາກນັ້ນ ພານມຸ່ງໜ້າ ສືບຕໍ່ຕາມໄປ
ເຂົ້າໃນດົງພົງໄພ ໄຕ່ຕາມນໍາກົ້ນ
ກໍຈຶ່ງເຖິງວັງນໍ້າ ໄຫຼລົງລິນຫຼັ່ງ
ຄວາຍມັນປະກ້ອນຂີ້ ຢອງໄວ້ແຜ່ນຫີນ ຫັ້ນນາ
(ກອງຂີ້ຄວາຍນັ້ນກໍເກີດເປັນຜາສູງຊັນຮຽກວ່າ: "ຜາຂີ້ + ຫ້ວຍນໍ້າຂີ້ + ເມືອງຂີ້" ຕໍ່ມາໄດ້ປ່ຽນເອີ້ນ
ວ່າ: "ຜາຂີ່ + ຫ້ວຍນໍ້າຂີ່ + ເມືອງຂີ່ " ຫຼັງຈາກເມືອງນັ້ນຮ້າງກໍເອີ້ນວ່າ: "ບ້ານເມືອງຂີ່" ມາເຖິງທຸກວັນ
ນີ້. ແຕ່ກ່ອນຂຶ້ນກັບເມືອງຊະນະຄາມໃນວັນທີ 15/11/1996 ໄດ້ມອບໂອນໄປຂຶ້ນກັບເມືອງແມດ)
* ພານໄດ້ເດີນດຸ່ງດ້າວ ສືບຕໍ່ນໍາຮອຍ
ວອຍໆໄປ ເບິ່ງແນມຂວາຊ້າຍ
ພໍຄາວໄດ້ ກໍໄປເຖິງແຄມທົ່ງ
ຄວາຍຢືນຊົງຢູ່ເບື້ອງນັ້ນ ເຄືອເຂົາຫຸ້ມຫໍ່ບັງ ຫັ້ນເດ
* ຈື່ງຂື່ງແນມສ່ອງເຂົ້າ ຢ້ານບໍ່ແມ່ນເຫັນໄກ
ຄາວໜຶ່ງລົມມານຕ້ອງ ຄວາຍເງິນຖືກກິ່ນ
ປານຊິບິນຝັ່ງຟ້າວ ຄວາຍເຕັ້ນແລ່ນໄປ ນັ້ນນາ
(ນາບ່ອນນັ້ນໃສ່ຊື່ວ່າ: "ນາຊົງ")
* ຈາກນັ້ນ ຄວາຍປີ່ນເປື້ອງ ປົບຂຶ້ນເທິງພູ
ບຸປ່າດົງຕຶບໜາ ແລ່ນຊໍາໄປເລື້ອຍ
ນາຍພານເຈົ້າ ລັດຄວາຍຊິກັບຖິ່ນ
ຄວາຍຊໍ້າພັດຕ່າງປິ້ນ ໂງໂຄ້ງອວ່າຍມາ ເຈົ້າເອີຍ
* ຈື່ງຂື່ງຈ້າວ ບໍ່ໄດ້ຢ໋ອງປົບໄປ
ໄວແສນໄວ ກ່ອງເຂົ້າຖົງຫຼຸດຟົ້ງ
ຜ້າຂາດສ້ອຍ ຂອງກິນກໍຕົກເຮ່ຍ
ເກັບຫາຊອກໄດ້ແລ້ວ ເລີຍຟ້າວດຸ່ງເດີນ
(ບ່ອນເຄື່ອງຕົກເຮ່ຍ, ກ່ອງເຂົ້ານ້ອຍຫຼຸດຟົ້ງຈາກຖົງເອີ້ນວ່າ: "ພູກ່ອງເຂົ້າ" ມາເຖິງທຸກວັນນີ້ຢູ່ເຂດເມືອງແມດ + ກາສີ)
* ຄວາຍກໍໄວ່ໆຂ້າມ ແກ່ວກ່ອງຄືນກັບ
ມັນແລ່ນໄປເຖິງໜອງ ແມບຟູມລອຍຫຼິ້ນ
ນາຍພານເຈົ້າ ນໍາເຖິງໜອງໃຫຍ່
ເຫັນບັກເຖິກແມບນໍ້າ ຟູມຫຼິ້ນຊົ່ວຄາວ ຫັ້ນນາ
* ສອງຕາຄວາມແສດຊໍ້າ ບໍ່ມີບ່ອນດໍາຂາວ
ລາວກໍພະຍາຍາມ ຢ໋ອງໄປສະດຸດລົ້ມ
ຄວາຍໄດ້ຍິນໂດດເຕັ້ນ ເຫັນນາຍພານປົບໃຫຍ່
ບໍ່ໄດ້ລໍຢູ່ຢັ້ງ ຂະໂຍງເຕັ້ນໂດ່ງໄປ ພຸ້ນເດ
* ສຽງເນືອງນັນລັ່ນກ້ອງ ບັກເຖິກໃຫຍ່ບຸດົງ
ສ່ວນນາຍພານຢືນງົງ ສ່ອງແນມນໍາກົ້ນ
ມັນຫາກເຫຼືອແຮງເຈົ້າ ນາຍພານຈື່ງຂື່ງ
ດຶງສາຍຮັດແໜ້ນໆ ດີແລ້ວກໍດຸ່ງຕາມ
(ໜອງນໍ້ານັ້ນໃສ່ຊື່ວ່າ: "ໜອງແດງ" ຍ້ອນເຫັນຕາທັງສອງຂອງຄວາຍນັ້ນແດງ ແມ່ນຍ້ອນນໍ້າມີ້ໄຫຼລົງສູ່ແມ່ນໍ້າຂອງປຽບດັ່ງສາຍໂລຫິດຂອງຊາວເມືອງຊະນະຄາມທີ່ນໍ້າສາຍນີ້ໄຫຼລໍ່ລ້ຽງ ປັດຈຸບັນຊາວເມືອງໄດ້ສ້າງຊົນລະປະທານມີເຖິງ 13 ແຫ່ງທົດນໍ້າຂຶ້ນໃສ່ທົ່ງນາເຂົ້າພັນຫຼາຍພັນເຮັກຕາ ຈຶ່ງຂະໜານນາມເມືອງວ່າ: "ເມືອງອູ່ເຂົ້າອູ່ປາ" ຍ້ອນມີຄວາມອຸດົມສົມບູນເຂົ້າປາ ໜໍ່ນາງ ຜັກອື່ນໆມີບໍ່ອຶດບໍ່ຢາກ ຈຶ່ງໄດ້ຊື່ວ່າ: " ນໍ້າມີ " ຕໍ່ມາປ່ຽນເອີ້ນວ່າ: " ນໍ້າມີ້ ").
* ນາຍພານເຈົ້າ ຕາມໄຕ່ເຫັນຮອຍ
ຢຽບຢູ່ແຄມທົ່ງນາ ປ່າດົງດອນແຕ້
ລາວກໍແກະເບິ່ງແລ້ວ ເຫັນຮອຍໃໝ່ໆ
ຊຸມໃບໄມ້ຂ່າແຫ້ງ ປົກຫຸ້ມຮ່ອງຮອຍ ຫັ້ນເດ

ພິມ ໂດຍ ຄຣູບາ ຄຳໃສ ອານົນທ໌
ພຶດສະພາ ຄ.ສ.໒໐໑໑

No comments:

Post a Comment