- ຈິຕ ເປັນອັກສອນລາວຂຽນແບບພາສາປາລີ, ພາສາອັງວ່າ Mind ອັກສອນລາວປັດຈຸບັນຂຽນຈິດ.
- ຈິດນີ້ ເຮົາຍັງບໍ່ຮູ້ໄດ້ຢ່າງແນ່ນອນວ່າ ທັມມະຊາດອັນແທ້ຈິງນັ້ນ ເປັນຢ່າງໃດ ? ນັກວິທະຍາສາດບາງຄົນ ເຊັ່ນ ຈຸລຽນ ຮັກສລີຍ໌ (Julian Hexley) ເຫັນຈິດເປັນພະລັງງານໜຶ່ງ ຮຽກວ່າ ພະລັງຈິດ(Gsychergy) ແຕ່ເຈີຣັລດ໌ ໄຟນ໌ເບີຣ໌ກ (Gerald Feinberg) ແຫ່ງມະຫາວິທະຍາໄລ ໂຄລັມ ເຫັນວ່າ ກະແສຈິຕ ອາດປະກອບດ້ວຍອະນຸພາກປະຖົມພູມ(Elementary particles) ບາງຊະນິດທີ່ຍັງຄົ້ນບໍ່ພົບ, ເຂົາໃຫ້ຊື່ ອະນຸພາກປະຖົມພູມນີ້ວ່າ ໄມນ໌ດອນສ໌ (Mindons) ບາງຄັ້ງກໍວ່າ ໄຊຄອນກ໌(Psychons) ບາງຄັ້ງກໍວ່າ ຕາຊິອອນສ໌ (Tachyons) ບາງທ່ານຍັງສັນນິຖານວ່າ ອະນຸພາກຊະນິດນີ້ເດີນທາງໄດ້ໄວກວ່າແສງ, ສາສນາທຸກສາສນາ ຍືນຍັນວ່າ ຈິດວິນຍານ ມີຢູ່ຈິງແລະມີຢູ່ໃນສະຖານະຕົວຕົນແທ້(ອັຕຕາ) ຂອງຄົນສິງສະຖິດຢູ່ກາຍໃນຮ່າງກາຍຈິດ ຈິດວິນຍານເປັນອະມະຕະ, ບໍ່ຮູ້ຈັກຕາຍ ເຖິງແມ່ນວ່າຮ່າງກາຍເຖິງເວລາແຕກສະຫຼາຍລົງດ້ວຍຮູບການໃດໆ ຈິດວິນຍານ ຈິດວິນຍານຍັງຄົວຢູ່ໃນຮູບໃດຮູບໜຶ່ງ.
ກ. ຈິດຕາມຫຼັກສາສນາຮິນດູ.
- ໃນສາສນາຮິນດູ ມີຄວາມເຊື່ອວ່າຄົນເຮົາປະກອບດ້ວຍສ່ວນປະກອບດ້ວຍສ່ວນປະກອບສໍາຄັນຊ້ອນກັນຢູ່ 7 ຊັ້ນດ້ວຍ, ນັບຕັ້ງແຕ່ຊັ້ຍໃນ ສຸດເຖິງຂັ້ນນອກສຸດດັງນີ້.
1. ອາຕະມັນ ຫຼືວິນຍາຍ ເປັນອະມະຕະພາບ ເປັນຕົວຕົນແທ້ຂອງຄົນ ເປັນແກນກາງຂອງຊີວິດ ແລະອາຕະມັນນີ້ ໂດຍເນື້ອແທ້ເປັນອັນໜຶ່ງ ອັນດຽວກັນກັບພຣົມມັນ ຄືວິນຍານສາກົນ.
2. ຈິດ ເປັນຜູ້ທຳໜ້າທີ່ອອກຄໍາສັ່ງ ບັງຄັບບັນຊາກິດຈະການທຸກຢ່າວໃນຊິວິດ.
3. ປັນຍາ ໝາຍເຖິງ ມະໂນທັມ ຫຼືຄວາມຮູ້ສຶກຜິດ ຊອບ ຊົ່ວ ດີ.
4. ປັນຍາ ໝາຍເຖິວການຮັບຮູ້ທາງທະວານທັງ 5 ແລະຄວາມຮູ້ສຶກຕ່າງໆ ທີ່ເກີດຈາກການຮັບຮູ້ນັ້ນ.
5. ປຣານ ໝາຍເຖິງລົມຫາຍ ຄົນບູນຮານແທບທຸກທຸກຊາດ ເຊື່ອວ່າລົມຫາຍເປັນສ່ວນສຳຄັນທີ່ສຸດສ່ວນໜຶ່ງຂອງຊີວີດ.
- ເຈຕະະພູຕ ໝາຍເຖິງຮ່າງທິບ (Adytsl body) ເຊິ່ງລີ້ຊ່ອນຢູ່ພາຍໃນກາຍເນື້ອ ເວລາຕາຍຮ່າງທິບນີ້ ຈະເຄື່ອນອອກຈາກຮ່າງກາຍ ແລະອາດປະກົດຕົວໃຫ້ຄົນເຫັນໄດ້ເປັນບາງຄັ້ງຄາວ ກາຍໝາຍເຖິງ ສາຣີຣະຮ່າງກາຍອັນເປັນວັດຖຸທີ່ຫຍາບທີ່ຢູ່ຊັ້ນນອກສຸດ.
- ອາຕະມັນ ຕາມຫຼັກສາສນາຮິນດູເປັນສິ່ງໜຶ່ງຕ່າງຫາກທີ່ອາໄສຢູ່ໃນກາຍ ແຕ່ເປັນອິສຣະຮ່າງກາຍ ເວລາຄົນຕາຍລົງ ຈິດຈະອອກຈາກ ຮ່າງໄປເກີດໃໝ່ໃນຮ່າງອື່ນ ອາຕະມັນ ເປັນອະມະຕະ ບໍ່ຮູ້ຈັກຕາຍ, ອາຕະມັນໃນຊາດປັດຈຸບັນ ເປັນອັນໜຶ່ງອັນດຽວກັບອາຕະມັນໃນອະ ດີດຊາດ ແລະເປັນອະຕະມັນໃນຊາດອະນາຄົດ.
ຂ. ຈິດຕາມຫຼັກສາສນາພຸດ.
- ທາງພຸດສາສນາ ຖືວ່າ ຄົນເຮົາປະກອບດ້ວຍສ່ວນປະກອບ 2 ສ່ວຮຄື.
- ນາມຮູບ: ນາມ ໝາຍເຖິງສ່ວນທີ່ຮຽກວ່າ “ຈິດ” ເປັນສິ່ງນາມທັມ ບໍ່ມີຮູບຮ່າງຕົວຕົນ(ອະສະຣີຣັງ) ອາໃສຢູ່ໃນຖໍ້າ ຄືການນີ້(ຄູຫາສະຍັງ) ມີລັກສະນະສໍາຄັນ 4 ປະການ ຄື:
1. ວິນຍານ: ຮັບຮູ້ອາຣົມທີ່ມາກະທົບທາງທາງຕາ, ຫູ, ດັງ, ລິ້ນ, ກາຍ, ມະໂມ.
2. ສັນຍາ: ຈື່ຈໍາອາຣົມໄໄດ້.
3. ສັງຂາຣ: ຄິດກ່ຽວກັບອາຣົມນັ້ນ
4. ເວທະນາ: ເກີດຄວາມຮູ້ສຶກສຸຂທຸກຫຼືກາງໆ ກ່ຽວກັບອາຣົມນັ້ນໆ.
- ຮູບ ໝາຍເຖິງ ສ່ວນຮູບທັມ ປະກອບດ້ວຍທາດດິນ(ຂອງແຂງ) ທາດນໍ້າ (ຂອງແຫຼວ) ທາດລົມ(ແກ໊ດ) ແລະທາດໄຟ(ພລາສມາ)
- ຮູບກັບນາມຕ້ອງອາໄສກັນຢ່າງໃກ້ຊິດ ຂາດເສັນແຕ່ຢ່າງໃດຢ່າງໜຶ້ງບໍ່ໄດ້ ນອກຈາກຈະໄປເກີດໃນພົບບາງພົບເທົ່ານັ້ນ (ອະຣູປະພົບ-ມີແຕ່ນາມ ບໍ່ມີຮູບ)
- ຈິດໃນທາງພຸດທະສາສນາເກີດຂຶ້ນເປັນດວງໆໃນເມື່ອມີອາຣົມມາກະທົບ ກຳທຳໜ້າທີ່ສໍາເລັດແລ້ວກໍດັບໄປ ແຕ່ແລ້ວກໍເກີດຂຶ້ນອີກ ເກີດດັບສະຫຼັບກັນໄປ ຢ່າງໄວວາຈົນເບິ່ງເປັນຈິດດວງດຽວກັນຢູ່ຕລອດເວລາ ປຽບເໝືອນດວງໄຟຟ້າທີ່ເຮົາເຫັນ ເປັນດວງດຽວຕລອດເວລາ ນັ້ນ ຄວາມຈີງສະຫວ່າງແລ້ວດັບ ຕິດຕໍ່ກັນໄປຢ່າງໄວວິນາທີລະ 50 ຄັ້ງ.
- ແດນທັງ 3 ຂອງຈິດ ຕາມຫຼັກທາງພຸດທະສາສນາ ຈິດທຳງງານໃນ 3 ແດນ ຄື:
1. ແດນປັນຈະທະວານ(ຊ່ອງທັງ 5) ໝາຍເຖິງຈິດຕຶ່ນຈາກພະວັງອອກມາຮັບອາຣົມທີ່ຜ່ານເຂົ້າມາທາງທະວານ 5 ຄື ຕາ, ຫູ, ດັງ, ລິ້ນ, ກາຍ ເມື່ອຈິດຮັບອາຣົມທາງທັງ 5 ຈິດຈະຢູ່ໃນພາວະຕື່ນຕົວເຕັມທີ່ຮຽກວ່າ “ວິຖີຈິດ”
2. ແດນມະໂນທະວານ ໝາຍເຖິງຈິດຕື່ນຈາກພະວັງຂຶ້ນສູ່ວິຖີ ແຕ່ບໍ່ອອກມາຮັຍອາຣົມພາຍນອກ ຫັນເຂົ້າກັບຮັບອາຣົມພາຍໃນທີ່ຮຽກວ່າ “ທັມມາຣົມ” ເຊິ່ງໄດ້ແກ້ ບັນດາມະໂນພາບ ແລະຈິນຕະພາບຕ່າງໆ ທີ່ເກັບໄວ້ໃນມະໂນທະວານ ຈິດທຳງານຢູ່ໃນແດນມະໂນທະວານ ໃນຂະນະທີ່ຄົນກຳລັງຄິດ ເຖິງອະດີດຢ່າງເລີດເຊິ່ງ ຫຼືໃນຂະນະທຳມາທິ.
3. ແດນພະວັງ ໝາຍເຖິງ ຈິດທີ່ນອນສະຫງົບນິ້ງຢູ່ໃນຖານແດນເດີມຂອງຕົນທີ່ສູນກາງຂອງສະໝອງ ເປັນຈິດກຳລັງອ່ອນບໍ່ຂຶ້ນສູ່ວິຖີຮັບຮູ້ ອາຣົມ ພາຍນອກໃດໆ ທັງສິ້ນ, ແຕ່ກໍເກີດດັບຮັບອາຣົມພາຍໃນພາຍໃນຂອງຕົນເອງຢູ່ເປັນປົກກະຕິ ອາຣົມພາຍໃນຂອງຈິດແດນພະວັງ ທ່ານວ່າໄດ້ແກ້ “ພະລັງກັມ” ທີ່ກໍ່ໃຫ້ເກີດກັມນິມິດ ແລະຄະຕິນະມິດ(ເພາະຈິດຈະຢູ່ໂດຍບໍ່ມີອາຣົມໃດໆບໍ່ໄດ້) ໃນຂະນະທີ່ຄົນນອນຫຼັບສະໜິດໂດຍບໍ່ຝັນ ຫຼືໃນຂະນະສະຫຼົບ ຈິດຈະຢູ່ໃນແດນພະວັງ.