Friday, 23 September 2011

ພຣະອົງດຳ ປະທັບຄົດຊະຣາຊ (ພຣະບູຮານ)

(ພຣະອົງດຳ ປະທັຍຊ້າງ)
ປະຈຳວັດໃໝ່ວຽງຈະເຣີນ
ກ. ປະວັດພຣະອົງດຳ:
-ລັກສະນະຂອງພຣະອົງດຳ.
ກ. ເຫດທີ່ຊື່ວ່າ "ພຣະອົງດຳ" ເພາະທັງອົງຂອງພຣະ ເປັນທອງສຳຣິດລ້ວນ ແຕ່ມີສີດຳ ພະຍາຍາມຂັດໃຫ້ເປັນສີທອງ ບໍ່ເຫິງກໍຕ້ອງດຳຄືນ.
ຂ. ພຣະອົງດຳ ສູງຈາກຖານຮອດສຽງພຣະ ໘໗ ຊັງຕີແມັດ.
ຄ. ລັກສະນະສີລະປະ "ສີລະປະລ້ານຊ້າງຕອນຕົ້ນ"
ງ. ອົງພຣະ ກັບບັນລັງແຍກຈາກກັນໄດ້.
- ຄວາມເປັນມາຂອງພຣະອົງດຳ:
ກ. ພຣະອົງດຳ ມາປະດິດສະຖານທີ່ວັດວິຈິຕທັມມາຣາມ ບ້ານວຽງຈະເຣີນ ເມືອງໄຊເຊດຖາ ນະຄອນວຽງຈັນ ເມື່ອວັນທີ ໒໓ ມັງກອນ ໒໐໑໑.
ຂ. ເຈົ້າສັດທານຳມາຖວາຍ "ນາງວັນນາຣີ ຈຸລະມຸນຕຣີ" ບ້ານວຽງຈະເຣີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ແຕ່ພຳນັກທີ່ ເມືອງທ່າແຂກ ແຂວງຄຳມ່ວນ ເພາະເປັນເຈົ້າຂອງໂຮງງານ ​ປູນຂາວ ແຂວງຄຳມ່ວນ.
- ຄວາມເປັນມາໂດຍລະອຽດ, ນາງວັນນາຣີ ຈຸລະມຸນຕຣີ ເປັນຊາວແຂວງຄຳມ່ວນ ມາຕັ້ງຫຼັກປັກຖານທີ່ບ້ານ ວຽງຈະເຣີນ, ຈົນເມື່ອປີ ໑໙໙໕ ໄດ້ທຳທຸຣະກິດກໍ່ສ້າງຕໍ່ມາປີ ໒໐໐໔ ໄດ້ເຮັດໂຮງງານປູນຂາວທີ່ແຂວງຄຳມ່ວນ ຈຶ່ງຕ້ອງໄດ້ກັບໄປຢູ່ແຂວງຄຳມ່ວນ ແຕ່ລະເດືອນ ຫາກມີວຽກທາງວຽງຈັນ ຈຶ່ງໄດ້ຂຶ້ນມາຍັງວຽງຈັນ. 
- ປີ ໒໐໐໙ ເຂົາເລີ່ມລົງທຶນຕໍ່ຍອດໂຮງງານຂອງເຂົາໃຫ້ເປັນມາດຕາຖານ ລົງທຶນຢ່າງໃຫຍ່ຫຼວງ, ຂະນະນັ້ນເອງ ເຂົາກໍໄດ້ພົບພຣະພຸດທະຮູບອົງນີ້ ຢູ່ຮ້ານຂາຍພຣະໃນວຽງຈັນ ເຂົາເຫັນແລ້ວຄິດມັກຢາກໄດ້ ແຕ່ຂະນະນັ້ນເງິນ ຂາດລົງເພາະວ່າຕ້ອງລົງທຶນໃສ່ໂຮງງານ ແລະກິດຈະການອື່ນ ເຂົາຮຽກລາຄາໃນຂະນະນັ້ນ ໕໐.໐໐໐ ບາດ ເຂົາໄປຈັບໄປບາຍຢູ່ຫຼາຍເຕີບ ເຂົາກໍຄິດຂຶ້ນໄດ້ວ່າ "ຈະຊື້ຕອນນີ້ກະພໍໄດ້ ເຂົາສ່ຽງວ່າ ຫາກພຣະພຸດທະຮູບອົງນີ້ ຄາດຈະເປັນຂອງຂ້ານ້ອຍ ຂໍບໍ່ໃຫ້ໃຜມາຊີ້" ເຂົາເຄີຍສ່ຽງແບບນີ້ມາແລ້ວຄັ້ງໜຶ່ງ ເປັນເວລາ ໕ ເດືອນ ກໍບໍ່ມີໃຜ ມາຊື້ ຈຶ່ງໄດ້ບູຊາເອົາພຣະອົງນັ້ນໄປຖວາຍທີ່ວັດຂະເໝົາໂພນຈຳປາ, ເຂົາຍັງເຊື່ອໝັ້ນວ່າ ພຣະອົງດຳນີ້ຕ້ອງເປັນ ຂອງເຂົາ ເພາະຮູ້ສຶກມັກ.
- ຈາກປີ ໒໐໐໙ ຈົນມາຮອດ ໒໐໑໑ ເຂົາກໍໄດ້ໄປທ່ຽວຕລາດນັ້ນອີກ ກະເລີຍໄປເຫັນພຣະອົງດັ່ງກ່າວຍັງຕັ້ງຢູ່ທີ່ ເດີມຖາມເຈົ້າຂອງພຣະກໍບອກວ່າເປັນພຣະອົງເກົ່າ ແຕ່ຮຽກລາຄາ ໑໐໐.໐໐໐ ບາດ, ເຂົາເລີຍຕໍ່ລົງເຈົ້າຂອງກໍ ບອກຢາກລົງ ເພາະມີຄົນໃຫ້ລາຄາສູງກວ່ານີ້ກໍຫຼາຍຢູ່ ໃນທີ່ສຸດກໍຕົກລົງກັນໄດ້ໃນລາຄາ ໕໐.໐໐໐ ບາດເໝືອນເດີມ ຕາມທີ່ຕັ້ງໃຈໄວ້ ເມື່ອເຂົາໄດ້ພຣະແລ້ວກໍເອົາພຣະໃສ່ເກັດໄວ້ທີ່ທ້າຍລົດຟໍຈູນເນີຂອງເຂົາ ເຂົາຕັ້ງໃຈໄວ້ວ່າຈະຖວາຍໃຫ້ແກ່ວັດ ຫາກບໍ່ຮູ້ວ່າວັດໃດ, ເຂົາໄດ້ພຣະແລ້ວກໍກັບໄປຍັງທ່າແຂກ ແລະປາກເຊ ເພາະກິດຈະການເຂົາຢູ່ທີ່ວຽງຈັນ, ທ່າແຂກ, ປາກເຊ ຫາກຍາມວັນສິນຄັນແມ່ນເຂົາຢູ່ປາກເຊ ເຂົາຈະໄປຄາຣະວະ ຫຼືໄປທຳບຸນທີ່ວັດຂະເໝົາໂພນຈຳປາ ກັບອາຈານບຸນຈອນແກ້ວຂັນຕິໄຊ ສະເໝີ, ຕາມເຂົາບອກວ່າ ແຕ່ເດືອນທີ ໑ ມາເຂົາໄປວັດຂະເໝົາ ຫຼາຍຄັ້ງ ແລະວັດໃດໆກໍໄປ ນຶກຍາກທຳບຸນແມ່ນໄປໂລດ ໃນໄລຍະນັ້ນເຂົາທຽວ ໄປມາລະຫວ່າງວຽງຈັນ ທ່າແຂກ ປາກເຊ ເມືອງໂຂງ ຂະເໝົາ ຫຼາຍຄັ້ງ ທີ່ບ້ານຂະເໝົາເຂົາໄດ້ປຸກສາລາພັກເຊົາ ຂອງເຂົາໄວ້ ແຄມທ່າ ເຄື່ອງອຳນວຍຄວາມສະດວກຄົບ ເວລາຫວ່າງຂະເຂົາຈິຂີ່ລົດໄປນອນທີ່ນັ້ນສະເໝີ.
- ວັນທີ ໒ ມັງກອນ ໒໐໑໑ ແມ່ອອກວັນທອງ ໄຊຄຳເພັງ, ໄດ້ບູຊາພຣະແກ້ວສີມໍຣະກົດມາຈາກແມ່ຊີວັດງິ້ວໂງະ ແລ້ວກໍເອົາມາໄວ້ທີ່ເຮືອນ, ຈົນຮອດວັນທີ ໒໓ ມັງກອນ ກໍຕິດຕໍ່ກັບພຣະອາຈານຄູເນືອງພິລັກ ໂຊຕິທອນ ເຈົ້າອະທິການວັດວ່າ ມີສັດທາຈະສົມໂພດພຣະໄວ້ວັດວິຈິດທັມມາຣາມ ບ້ານວຽງຈະເຣີນ ເມື່ອເມື່ອເຈົ້າອະທິການ ວັດອະນຸມັດແລ້ວ ຈຶ່ງຕົກລົງວ່າ "ວັນທີ ໒໓ ມັງກອນ ປີ ໒໐໑໑" ຈຶ່ງເອົາພຣະມາໄວ້ວັດ.
- ເວລາ ໐໙ ໂມງເຊົ້າຂອງວັນທີ ໒໓ ມັງກອນ ໒໐໑໑ ເຈົ້າພາບພ້ອມດ້ວຍຍາດພີ່ນ້ອງໄດ້ພາກັນແຫ່ພຣະຈາກບ້ານ ຂອງແມ່ອອກວັນທອງ ໄຊຄຳເພັງ ຈາກຮ້ານສະໄກລາຍຄຣັບ, ຂະນະນັ້ນເອງ ອາຕະມາ ພຣະອາຈານເນືອງພິລັກ ໂຊຕິທອນໄດ້ໃຫ້ຂະບວນອອກໜ້າໄປກ່ອນ ໄດ້ຢ່າງມາຕາມຫຼັງ ລົດຂະບວນແຫ່ອອກເດີນທາງໄປກ່ອນແລ້ວ ເພາະຄາຢືນລົມກັບພໍ່ອອກຄົນໜຶ່ງ, ທັນໃດໃນຂະນະທີ່ຍ່າງມານັ້ນ ເຫັນສຽງແກດັງຂຶ້ນຢູ່ທາງກຳ້ນັ້ນ ພ້ອມທັງມີສຽງແມ່ຍິງຮ້ອງອອກມາວ່າ "ອາຈານມາແຕ່ໃສ" ເຂົາກໍກັບລົດມາຮັບ ອາຈານແລ້ວກໍໃຫ້ຂຶ້ນລົດໄປສົ່ງທີ່ວັດ.
- ເມື່ອກັບມາເຖິງວັດ ອາຕະມາກໍລົງຈາກລົດ ແມ່ອອກກໍເຫັນພຣະເນນ ແລະພໍ່ອອກຍົກພຣະແກ້ວຂຶ້ນສາລາ ເຂົາຖາມວ່າ ພຣະເອົາມາແຕ່ໃສ ກໍບອກວ່າແມ່ອອກວັນທອງຈະເອົາມາຖວາຍ ແລະສົມໂພດທີ່ວັດເຮົາ.
- ເມື່ອອາຕະມາຂຶ້ນມາເທິງຫ້ອງກໍເຂົ້າຫ້ອງນຳ້ ຄົນທັງບໍ່ທັນເມືອ ກັບອອກໄປເຫັນພຣະແກ້ວກັບພຣະອົງດຳ ປະດິດສະຖານຮຽງກັນງາມປານຫຍັງ ຈຶ່ງຖາມເຂົາວ່າ "ເອົາວ໌ ພຣະອົງດຳເອົາມາຈາກໃສ ? "ແມ່ອອກວັນນາລີ ຍັງບໍ່ທັນກັບ ນັ່ງແຕ່ງທຽນຂັນຫ້າ ແລະເຄື່ອງຂອງບູຊາພ້ອມກັບໝູ່ວ່າ "ຂອງຂ້ານ້ອຍ ບູຊາມາຈາກຮ້ານຂາຍພຣະແຕ່ເຫິງແລ້ວ ກັບໄປປາກເຊ ບໍ່ຮູ້ກີ່ທ້ຽວກໍບໍ່ໄດ້ເອົາລົງລົດ ພໍດີເຫັນເຂົາເອົາພຣະແກ້ວ ມາຄິດວ່າມີທຽນຢູ່ທ້າຍລົດ ຈະເອົາທຽນມາຮ່ວມບຸນນຳເພິ່ນ ກໍເລີຍນຶກເຫັນພຣະວ່າຢູ່ໃນລົດ ຂ້ານ້ອຍກໍມາຂໍຖວາຍທີ່ວັດບ້ານເຮົາເລີຍ, ເປັນພຣະເກົ່າ ຊິສົມໂພດອີກກະໄດ້, ສົມໂພດແລ້ວ ກໍຖວາຍໄວ້ວັດ ບ້ານເຮົາເລີຍ".
- ອັນນີ້ ກໍຖືເປັນນິມິດໝາຍອັນດີ, ອີກອັນໜຶ່ງ ການທີ່ຮຽກວ່າພຣະອົງດຳ ເຈົ້າຂອງຖືຕາມຣືກທີ່ອາຕະມາ ອຸທານວ່າ "ເອົາວ໌...ພຣະອົງດຳນັ້ນ ເອົາມາຈາກໃສ ?"
- ທ່ານໃດ ຮູ້ເລື່ອງພຣະ ແລະຮູ້ທີ່ມາພຣະອົງນີ້ ກະຣຸນາໃຫ້ຄວາມເຫັນມາແນ່.

No comments:

Post a Comment