หน้าเว็บ

Monday, 26 September 2011

ກໍາເນີດ ນະໂມ

ໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
------
- ໃນຈາຮີດ ແລະປະເພນີທາງພຸດທະສາສະໜາ ຕັ້ງແຕ່ອະດີດ ປັດຈຸບັນ ແລະໃນອະນາຄົດກໍດີ ການຈະທໍາກິດກຳໃດໆ ໃນ ວຽກງານພຸດທະສາສະໜາ ມັກຈະກ່າວນະໂມ ກ່ອນທຸກຄັ້ງສະເໝີໄປ ຈະເປັນປັດເຈກບຸກຄົນ ຫຼືພະຫຸບຸດຄົນ ຈະຫຼາຍ ຫຼືນ້ອຍ ກໍອິງຕາມເລື່ອງ ແລະວິທີກຳ.

- ການຕັ້ງນະໂມ ມີຄວາມສໍາຄັນຫຼາຍ ຄືຕັ້ງໄວ້, ດໍາລົງໄວ້ມາຈາກມູນຮາກສັບ ຖາ(ຖ.ຫົວອອກ)ໃນຄວາມຕັ້ງ, ສະນັ້ນ ຈຶ່ງມີຄວາມໝາຍວ່າ ການຕັ້ງນະໂມ ເພື່ອໃຫ້ເກີດຄວາມໝັ້ນຄົງ ດໍາລົງໄວ້ເຊິ່ງຄວາມດີງາມ ແຫ່ງພິທີ ຫຼືກິດການນັ້ນໆ.

- ຄໍາອ່ານ ແລະຄໍາແປ ນະໂມ.
- ນໂມ ຕັສສ ພຄວໂຕ ອຣຫໂຕ ສມມາສມພຸທທັສສ : 
ແປວ່າ ນະໂມ ຕັສສ ພະຄະວະໂຕ ຂໍນອບນ້ອມແດ່ພຣະຜູ້ມີພຣະພາກເຈົ້າພຣະອົງນັ້ນ ອະຣະຫະໂຕ ເຊິ່ງໄກຈາກິເລດ ສຳມາສຳພຸດທັດສະ ຕັດສະຮູ້ຊອບໄດ້ໂດຍພຣະອົງເອງ.

- ໃນຄຳພີ ສະມຸຕຖະສະມຸຈຈັຍ ອັຕຖະກະຖາ ພານະວາຣ ພຣະອັດຖະກະຖາຈານ ໄດ້ສະແດງໄວ້ເປັນຕໍານານ ເລົ່າຂານສືບມາວ່າ ກາລະຄັ້ງໜຶ່ງ ເທວະດາ ແລະອາສຸລະຫ້າຕົນລວມກັນ ໄດ້ພາກັນເຂົ້າເຝົ້າຖວາຍນະມັດສະການ ແດ່ພຣະຜູ້ມີພຣະພາກເຈົ້ານະທີ່ປະທັບ ແລ້ວໄດ້ເປັ່ງວາຈາຂອງຕົນ ຖວາຍອະພິວາດພຣະພຸດທະອົງ ຕົນລະວາລະ ຖວາຍຄວາມເຄົາລົບດັ່ງນີ້.

1. ສາຕາຄິຣາຍັກ ວ່າ ນະໂມ
2. ອະສຸຣິນທະຣາຫູ ວ່າ ຕັດສະ
3. ທ້າວເວດສຸວັນມະຫາຣາດ ວ່າ ພະຄະວະໂຕ
4. ທ້າວສັກກະ(ພຣະອິນ) ອະຣະຫະໂຕ
5. ທ້າວພຣະມະຫາພຣົມ ວ່າ ສຳມາສຳພຸດທັດສະ

- ແຕ່ລະຕົນເປັ່ງວາຈາອອກມາ ລ້ວນແຕ່ເປັນຄໍານອບນ້ອມ ເມື່ອລວມກັນເຂົ້າຕາມລໍາດັບ ຈຶ່ງໄດ້ ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ : ແປວ່າ ຂໍນອບນ້ອມແດ່ພຣະຜູ້ມີພຣະພາກເຈົ້າ ຜູ້ເປັນພຣະອໍຣະຫັນ ດັ່ງນີ້ ຄືທີ່ມາຂອງນະໂມ.

- ຄໍາວ່າ ນະໂມ ແປວ່າ ຄວາມນອບນ້ອມ ໝາຍເຖິງ ຈະລິຍາ ຄວາມປະພຶດ ຄືກາຍສະແດງອອກທາງກາຍ, ວາຈາ ແລະໃຈ.

- ນະ ໝາຍເຖິງນໍ້າ ເປັນເຄື່ອງໝາຍຄຸນຂອງແມ່ ໂມ ໝາຍເຖິງດິນ ເປັນເຄື່ອງໝາຍຄຸນຂອງພໍ່, ຄົນລາວເຮົາຈຶ່ງສອນ ສະເໝີວ່າ ບວດເປັນເນນ(ຈົວ)ແທນຄຸນແມ່, ບວດເປັນພຣະແທນຄຸນພໍ່ ຫຼືບວແເປັນເນນຈູງແມ່ຂຶ້ນສະຫວັນ, ບວດເປັນ ພຣະ ຈູງພໍ່ຂຶ້ນສະຫວັນ, ບຸກຄົນໃດກໍຕາມ ຫາກມີຈະລິຍາ ຄວາມປະພຶດດີງາມທາງກາຍ, ວາຈາ ແລະໃຈ ຈຶ່ງຊື່ວ່າ ຄົນ ມີນະໂມ ຄືມີຄວາມນອບນ້ອມ.

- ຄົນທີ່ມີຄວາມນອບນ້ອມ ທາງກາຍ, ວາຈາ ແລະໃຈຕໍ່ຕົນ, ຄົນອື່ນ ແລະສິ່ງອື່ນແລ້ວ ແມ່ນຈະທໍາການໃດໆ ທີ່ຍາກໆ ກໍຈະງ່າຍ, ມີຄວາມສໍາເລັດໃນໜ້າທີ່ ແລະຊີວິດ ຫຼືມີການຕົກທຸກໄດ້ຍາກເຖິງພຽງໃດ ກໍຍ່ອມໄດ້ຮັບຄວາມເມດຕາ, ກາລຸນາ, ມຸທິຕາ ແລະອຸເປກຂາທຳ ຍ່ອມໄດ້ຮັບການຊ່ວຍເຫຼືອ ໃຫ້ພົ້ນທຸກ ພົ້ນຍາກ ພົ້ນລໍາບາກທໍລະມານນັ້ນໆໆແລ.

- ນະໂມຕັດສະ ຈຶ່ງມີແຕ່ພຽງ ໕ ບົດເທົ່ານັ້ນ, ຫາກມີເພີ່ມເກີນໄປກວ່ານີ້ ນັບວ່າເປັນການຕໍ່ເຕີມພຣະທຳ ຄຳພີທາງພຣະພຸດທະສາສະໜາ ຜູ້ໃດຕັດ ແລະຕໍ່ເຕີມພຣະທຳຄຳສອນຂອງພຸດທະສາສະໜາ ຈັດເປັນອະທິກຳ ຄືບາບໜັກ ເປັນຜູ້ທຳລາຍພຣະພຸດທະສາສະໜາໂດຍທາງກົງ ແລະທາງອ້ອມ.

No comments:

Post a Comment