หน้าเว็บ

Wednesday, 21 September 2011

ມູນເຫດທີ່ພຣະສົງໃນສາສນາຕ້ອງແຖຜົມ

- ຖ້າມີຄົນຖາມວ່າ "ເປັນຫຍັງນັກບວດຈຶ່ງຕ້ອງເຖຜົມ ຫຼືໂກນຜົມ" ຖ້າຈະຕອບຕາມລັກສະນະແຫ່ງວິນັຍນັ້ນ ຕ້ອງຕອບວ່າ "ເພື່ອບໍ່ໃຫ້ເໝືອນຄະຣາວາດຊາວບ້ານເຂົາ" ຫຼືຈະຕອບວ່າ "ເພື່ອຄວາມສະເໝີພາກແຫ່ງຄະນະ" ຕອບສອງຢ່າງນີ້ແມ່ນບໍ່ຜິດ.

- ຄວາມເປັນມາຂອງການແຖຜົມ ທີ່ມາຈາກພຣະວິໄນ ດັ່ງນີ້ ຄື:
" ສະໄໝໜຶ່ງ ມີລູກຊາຍຂອງນາຍຊ່າງຄຳຫົວໂລ້ນຜູ້ໜຶ່ງ ຜິດກັບມານດາບິດາແລ້ວອອກໄປບວດໃນສຳນັກ ຂອງພຣະພິກຂຸ ຝ່າຍບິດາມານດາສືບທາວຫາເຂົາຢູ່ຫຼາຍທີ່ ໄດ້ເຂົ້າໄປຍັງສຳນັກພຣະພິກຂຸສົງ ແລ້ວຖາມ ພິກຂຸທັງຫຼາຍວ່າ ທ່ານຜູ້ຈະເຣີນ ທ່ານທັງຫຼາຍໄດ້ເຫັນເດັກຊາຍຜູ້ມີຮູບຮ່າງລັກສະນະເຊັ່ນນີ້ມາທາງນີ້ບໍ ? ພວກທີ່ບໍ່ຮູ້ກໍຕອບວ່າ ອາຕະມາບໍ່ຮູ້, ພວກທີ່ບໍ່ເຫັນກໍຕອບວ່າ ອາຕະມາບໍ່ເຫັນ.

- ຄັນຕໍ່ມາ ມານດາບິດາເຂົາສືບທາວຈົນເຫັນວ່າ ເຂົາບວດແລ້ວໃນສຳນັກຂອງພຣະພິກຂຸທັງຫຼາຍ ບິດາມານດາ ຂອງ ເດັກຊາຍນັ້ນຈຶ່ງກ່າວໂທດ ຕິຕຽນໂພນທະນາຈົ່ມວ່າ ພຣະສາມະນະເສື້ອສາຍສາກະຍະບຸຕເຫຼົ່ານີ້ ຈັ່ງ ແມ່ນບໍ່ອາຍ ເປັນຄົນທຸສີລເວົ້າຕົວະ ຮູ້ຢູ່ແທ້ໆກໍວ່າບໍ່ຮູ້ ເຫັນຢູ່ແທ້ໆກໍວ່າບໍ່ເຫັນ ເດັກນັ້ນບວດແລ້ວໃນສຳ ນັກຂອງພຣະພິກຂຸເຫຼົ່ານັ້ນ, ພິກຂຸທັງຫຼາຍໄດ້ຍິນມາດາ ບິດາຂອງບຸດຊ່າງຄຳຫົວໂລ້ນນັ້ນ ທີ່ກ່າວໂທດຕິຕຽນ ແລະໂພນທະນາຈົ່ມວ່າໃຫ້ພິກຂຸ ຈຶ່ງຂາບທູນແດ່ພຣະຜູ້ມີ ພຣະພາກເຈົ້າ.

- ພຣະພຸດທະອົງ ຈຶ່ງຮັບສັ່ງກັບພວກພິກຂຸທັງຫຼາຍວ່າ ດູກອນ ພິກຂຸທັງຫຼາຍ ວ່າເຮົາອະນຸຍາດໃຫ້ອະນຸໂລມ ຕໍ່ສົງ ເພື່ອການປົງຜົມ(ແຖຜົມ)ນັບຈາກນັ້ນເປັນຕົ້ນມາພຣະສົງໃນສາສນາພຸດ ຈຶ່ງແຖຜົມນັນເອງ.
 
ຫາກມີຜູ້ຖາມ ກໍຕ້ອງຕອບດັ່ງທີ່ກ່າວໃນເບບື້ອງຕົ້ນແລ.

- ເຮົາພົບວ່າພຣະສົງໃນສາສນາພຸດລ້ວນແຕ່ແຖຜົມເປັນສ່ວນໃຫຍ່ ຜູ້ທີ່ອະທິຖານຕົນເປັນອຸປາສົກ ອຸປາສິການັ້ນ ບາງທີບໍ່ແຖຜົມກໍມີ ແຕ່ນຸ່ງຫົ່ມຄ້າຍພຣະສົງ-ສາມະເນນ ເຮົາຈະພົບໄດ້ໃນສາສນາພຸດຝ່າຍມະຫາຍານ.

- ແຕ່ເຮົາພົບສະເໝີວ່າ ພຣະໃນສາສນາພຸດຝ່າຍເຖຣະວາດນັ້ນ ຈະນຸ່ງຫົ່ມຜ້າຄ້າຍກັນ ແລະແຖຜົມເໝືອນ ກັນທັງໝົດ, ແຕ່ວ່າມີຄວາມແຕກຕ່າງກັນຢູ່ທີ່ວ່າ ພຣະສົງບາງປະເທດແຖຄິ້ວ ບາງປະເທດບໍ່ແຖຄິ້ວ

- ພຣະສົງທີ່ບໍ່ແຖຄິ້ວ ໃນສາສນາພຸດຝ່າຍທິນະຫາຍານ ຄື ພຣະສົງໃນລັງກາ, ພຣະສົງໃນອິນເດັຍ, ພຣະສົງໃນບັງຄລາເທດ ແລະພຣະສົງໃນພະມ້າ, ພຣະສົງໃນຈີນ(ຕອນຕາວເວັນຕົກສ່ຽງໃຕ້ ຄືໃນຊຽງຮຸ່ງ).

- ພຣະສົງທີ່ແຖຄິ້ວ ໃນສາສນາພຖດຝ່າຍທິນະຫາຍານ ຄື ພຣະສົງໃນປະເທດລາວ, ພຣະສົງໃນໄທຍ໌, ພຣະສົງໃນກັມປູເຈັຍ. ສ່ວນພຣະສົງໃນຫວຽດນາມໃຕ້ນັ້ນແຖຄິ້ວກໍມີ ບໍ່ແຖຄິ້ວກໍມີ.

- ແຕ່ຂໍ້ນີ້ ບໍ່ແມ່ນປະເດັນຫຼັກ ຄວາມເປັນພຣະ-ສົງສາມະເນນທີ່ແທ້ຈິງ ບໍ່ໄດ້ຢູ່ທີ່ແຖຄິ້ວ ຫຼືແຖຄິ້ວ ໃນພຣະ ວິໄນນັ້ນບອກໄວ້ວ່າ ແຖຜົມ, ແຖໜວດ, ໜຸ່ງຫົ່ມຜ້າກາສາວະພັດ ຖືເພດເປັນພິກຂຸ, ດັ່ງເຮົາຈະພົບວ່າກ່ອນບວດ ພຣະອຸປະຊາຈະໃຫ້ ຕະຈະກະປັນຈະກະກັມມະຖານ 5 ຄື ເກສາ, ໂລມາ, ນະຂາ, ທັນຕາ, ຕະໂຈ, ຄິ້ວເປັນເປັນຈຳພວກຂົນ ສະນັ້ນຈຶ່ງເຊື່ອວ່າມີການແຖຖິ້ມມາແຕ່ສະໄໝພຸດທະການແລ້ວ.

- ໃນສະໄໝພຣະພຸດທະອົງຊົງພຣະຊົນຢູ່ ສະໄໝແຮກໆພຣະອົງກໍບໍ່ໄດ້ໃຫ້ແຖຜົມ ແຖຄິ້ວ ແຕ່ມາຫຼັງໆ ເມື່ອມີ ຄົນທ້ວງຕິ (ເບິ່ງຕົວຢ່າງຕົ້ນໆ) ພຣະອົງກໍອະນຸຍາດໃຫ້ພຣະສົງ ແຖຜົມ ແຖຄິ້ວ ແຕ່ບໍ່ໄດ້ກ່າວໄວ້ວ່າແຖເຄົາ ແລະຄິ້ວ, ແຕ່ມາວ່າມາເບິ່ງຄວາມເປັນຈິງແລ້ວ ຫາກແຖຜົມ, ແຖໜວດແລ້ວ ຫາກຄົນມີເຄົາ ບໍ່ແຖເຄົາດ້ວຍ ກໍເບິ່ງບໍ່ງາມ ຍິ່ງບໍ່ແຖຄິ້ວພ້ອມກໍບໍ່ງາມ ເຊັ່ນກັນ ສະນັ້ນຈຶ່ງເຂົ້າໃຈວ່າສະໄໝແຮກໆໆໆ ນັບແຕ່ພຣະພຸດ ທະອົງຊົງອະນຸຍາດໃຫ້ພຣະສົງແຖຜົມ ແຖໜວດແລ້ວ ຄົງມີການແຖຄິ້ວ ແລະແຖເຄົາມາຕັ້ງພຸດທະການ ແລະຫຼັງພຸດທະການຫຼາຍສະຕະວັດ.

- ມາໃນໄລຍະຫຼັງໆນັ້ນ ຈະເຫັນວ່າ ພຣະສົງໃນສາສນາພຸດຝ່າຍເຖຣະວາດມີຝ່າຍແຖຄິ້ວ ແລະບໍ່ແຖຄິ້ວ ຈຶ່ງມີຂໍ້ ສົງໃສວ່າເປັນຫຍັງຈຶ່ງເປັນຈັ່ງຊັ້ນ, ອັນນີ້ ໄດ້ຟັງຈາກພຣະເຖຣະອົງສໍາຄັນ ໃນເມືອງໂຂງ ທີ່ຈົບການສຶກສາສູງ ຈາກຂະເໝນ ຈາກວຽງຈັນ ຈາກສຍາມ ບາງອົງເປັນພຣະເຖຣະຊົງຄຸນນະວຸດທິ ບາງອົງເປັນເຈົ້າຄະນະແຂວງ ແລະເຈົ້າຄະນະເມືອງ ໃນ ປີ 1974-1984 ເຊັ່ນ ພຣະອາຈານໃຫຍ່ຄຣູລ້ວນ ວັດຂະເໝົາໂພນຈຳປາ, ພຣະອາຈານຫຼັກຄຳແກ້ວ ສັບປຸນໂຍ ເຈົ້າຄະນະແຂວງສີທັນດອນ ວັດກາງໂຂງ, ພຣະອາຈານຫຼັກຄຳທອງ ເຈົ້າຄະນະເມືອງໂຂງ ວັດຈອມທອງ, ພຣະອາຈານຄຣູພຸມມາ ອະດີດເຈົ້ານະນະເມືອງ ວັດຫົວຮີ, ພຣະອາ ຈານພໍ່ເຖົ້າອ້ວນ ເວລາເພິ່ນມາບຸນວັດຂະເໝົາໂພນຈຳປາ ມັກຈະມີບັນດິດ ອາຈານັກປາດ ທີ່ເປັນຄະຣາວາດ ຖາມສະເໝີ ຜູ້ຂຽນມັກຟັງພຣະເຖຣະສົນທະນາກັນ ຈື່ໄດ້ຄວາມວ່າ ການທີ່ພຣະສົງລາວແຖຜົມ, ແຖຄິ້ວ, ແຖໜວດ, ແຖເຄົາ, ຕັດເລັບ, ສີຟັນ ເຮັດອະນາໄມຕ່າງໆນັ້ນ ເພາະສິ່ງເຫຼົ່ານີ້ເປັນຮັງຂອງໂຣກ ເປັນຂອງໜ້າ ກຽດໜ້າຊັງ, ພຣະພຸດທະອົງມີພຸດທານຸຍາດ ເປັນການເນັ້ນເຖິງຄວາມສະອາດ, ການແຖຜົມ, ແຖຄິ້ວ, ແຖໜວດ, ແຖເຄົາ, ຕັດເລັບ, ສີຟັນ ຕ່າງໆນັ້ນ ເປັນປະເພນີທີ່ປະຕິບັດມາແຕ່ພຸດທະການແລ້ວ.

- ມີການຖາມອີກວ່າ ເປັນຫຍັງພຣະສົງບາງປະເທດຈຶ່ງແຖຜົມ ບໍ່ແຖຄິ້ວ ? ທາງພຣະເຖຣະເລົ່ານັ້ນກໍຕອບ ທາງດຽວກັນວ່າ ພຣະສົງໃນບາງປະເທດບໍ່ແຖຄິ້ວນັ້ນ ມີເຫດທີ່ມາຫຼາຍປະການ ແລະມັກຈະເປັນພຣະສົງໃນ ສາສນາພຸດຝ່າຍມະຫາຍານ, ສ່ວນພຣະສົງຝ່າຍເຖຣະວາດເໝືອນເຮົາກໍມີຫຼາຍປະເທດ ເຊັ່ນ ພະມ້າ, ອິນເດັຍ ແລະສີລັງກາ ອັນນີ້ ພຣະເຖຣະເຫຼົ່ານັ້ນເວົ້າວ່າ ເພາະປະເທດເລົ່ານັ້ນ ມີການທຳສົງຄາມກັນລະຫວ່າງສາສນາອື່ນ ທີ່ປາບປາມພຣະສົງໃນສາສນາພຸດ ເຊັ່ນໃນອິນເດັຍນັ້ນ ບາງຍຸກຂອງກະສັດທີ່ສັດທາໃນ ສາສນາພຸດກໍອຸປະ ຖັມບໍາຣຸງສາສນາພຸດຢ່າງເຕັມທີ່ ແຕ່ໃນສະໄໝ ພຸດທະສະຕະວັດທີ 100-218 ນັ້ນ ໃນສະໄໝຂອງພຣະເຈົ້າ ອະໂສກນັ້ນ ພຣະອົງມີສັດທາໃນພຸດທະສາສນາ ແຕ່ວ່າໃນສະໄໝນັ້ນ ພວກເດັຍຣະຖີເຂົ້າປອມບວດໃນສາສນາ ຫຼາຍ ພຣະອົງມີພຣະໄທ ຈະຊຳຮະພຣະພຸດທະສາສນາ ຈຶ່ງທຳການປາບປາມພຣະພິກຂຸອາລັດຊີ ທີ່ພວກເດັຍ ຣະຖີປອມບວດນັ້ນ ແຕ່ພິກຂຸທັງຫຼາຍນັ້ນໃຜໆກໍອ້າງຕົນວ່າບໍຣິສຸດ ແລະເປັນອໍຣະຫັນ ສະນັ້ນພຣະເຈົ້າອະໂສກ ພ້ອມດ້ວຍປະທານສົງຈຶ່ງຕັດສິນໃນນິມົນໃຫ້ພຣະສົງເຫຼົ່ານັ້ນ ລົງເຮືອແພໄປໃນກາງທະເລ ແລ້ວທຳໃຫ້ແພແຕກ ປະກົດວ່າພຣະສົງທີ່ອ້າງຕົນວ່າເປັນອໍຣະຫັນເລົ່ານັ້ນ ອົງທີ່ເປັນອໍຣະຫັນແທ້ກໍທຳອະພິນິຫານເຂົ້າຊານ ແລະ ເຫາະກັບມາຍັງສະຖານທີ່ເດີມໄດ້, ສ່ວນທີ່ເປັນພວກເດັຍຣັດຖີປອມບວດ ພຣະສົງອາລັດຊີ ກໍລອຍຄໍໃນທະເລ ຫຼວງ ເຮັດໃຫ້ເຈົ້າອະໂສກ ເຂົ້າພຣະໄທວ່າພຣະສົງໝູ່ໃດເປັນພຣະສົງແທ້ ພຣະສົງເຫຼົ່າໃດເປັນອາລັດຊີປອມບວດ ເມື່ອເປັນເຊັ່ນນັ້ນພຣະສົງທີ່ເປັນຝ່າຍອາລັດຊີ ກໍກົວຢ້ານການປາບປາມຂອງພຣະເຈົ້າອະໂສກ ບາງຄົນກໍສິກ, ບາງຄົນບໍ່ສິກ ກໍແຕ່ງຕົວເໝືອນປະຊາຊົນແຕກໜີຂຶ້ນເໜືອ ລົງໃຕ້ໄປລີ້ຊ່ອນຢູ່ໃນຕະກູນຂອງເຂົາກໍມີ ເພື່ອ ຢາກໃຫ້ເໝືອນກັບປະຊາຊົນຄົນທັມມະດາ ຈື່ງນຸ່ງເຄື່ອງແບບ ປະຊາຊົນ ແລະແຖຜົມບໍ່ແຖຄິ້ວ ບໍ່ແຖໜວດ ແລ້ວພວກເຂົາກໍເຜີຍແຜ່ລັດທິຂອງເຂົາໄປ ຈຶ່ງເຫັນວ່າມີພຣະສົງບາງກຸ່ມໜຸ່ງເຄື່ອງແບບປະຊາຊົນ ບໍ່ແຖຄິ້ວ ກາຍເປັນພວກສາສນາຝ່າຍ ມະຫາຍານເທົ້າບັດນີ້, ສ່ວນບາງພວກທີ່ບໍ່ແຖຄິ້ວ ແຕ່ນຸ່ງຫົ່ມເໝືອນພຣະສົງ ກໍສືບຕໍ່ກັນມາຮອດປັດຈຸບັນນີ້ ອັນນີ້ເປັນການບອກເລົ່າຂອງພຣະເຖຣະຜູ້ຊົງຄຸນນະວຸດ ທີ່ຜູ້ຂຽນເຄີຍໄດ້ຍິນ ສະໄໝເປັນສັງກະລີແຕ່ ທ້າຍປີ 1973-1976.

- ມັນກະສອດຄ່ອງກັບ ທັມມະເທດສາສນາ ຂອງພຣະອາຈານພໍ່ເຖົ້າລ້ວນ ປະທານທີ່ປຶກສາວັດແສນເໝືອ ເມືອງໂຂງ ແຂວງຈຳປາສັກ ເຊິ່ງເປັນພຣະອາຈານສອນທັມມະ, ສອນໜັງ ສືທັມ ໃຫ້ແກ່ຂ້າພະເຈົ້າ ເພິ່ນ ມັກຈະເທດໃຫ້ພຣະເນນຟັງຟັງສະເໝີຫຼັງຈາກສູດມົນແລງ ບາງຄັ້ງກໍເທດທັມມະ ບາງຄັ້ງກໍເທດປະຫວັດພຸດທະ ສາສນາວ່າ ພຣະສົງບາງປະເທດກໍແຖຄິ້ວ ບາງປະເທດກໍບໍ່ແຖຄິ້ວ, ມີທີ່ມາສອດຄ່ອງກັບທີ່ໄດ້ຟັງຈາກພຣະເຖຣະ ທີ່ກ່າວແລ້ວ ແລະຍັງໄດ້ຍິນອີກວ່າ ໃນສະໄໝຕ່າງໆ ໃນປະເທດເລົ່ານັ້ນ ເຊັ່ນອິນເດັຍນັ້ນ ສາສນາມຸດສະລິມ ເຮືອງອຳນາດ ກະສັດບາງພຣະອົງຂອງອິນເດັຍ ນັບຖືສາສນາມຸດສະລິມ ກໍທຳການປາບປາມພຣະສົງດ້ວຍ ການເຜົາວັດ ຂ້າພຣະສົງ ເຮັດໃຫ້ພຣະສົງຢູ່ບໍ່ໄດ້ ກໍຫຼົບຊ່ອນລີ້ໂຕເຂົ້າໄປຢູ່ປ່າ ຫຼືຢູ່ໃນສຳຄອບຄົວ ວົງຕະກູນ ທຳຕົວເໝືອນຊາວບ້ານໃນຍາມປົກກະຕິ ເຖິງເວລາກໍປະຕິບັດທັມ ຫາກຍາມໃດປັກກະຕິກໍທຳໜ້າທີ່ທາງພຣະສົງ ແຕ່ຈົ່ງຄິ້ວໄວ້ເພື່ອປ້ອງກັນ ເວລາທາງຣາຊະສຳນັກປາບປາມກໍປ່ຽນເຄື່ອງໄປຖືຊົງແບບຊາວບ້ານ ເພື່ອຢາກໃຫ້ ເໝືອນຊາວບ້ານກໍຕ້ອງຈົ່ງຄິ້ວ ຫາກສງົບກໍກັບມານຸ່ງເຄື່ອງແບບພຣະສົງ ຈົນເວລາຜ່ານໄປຫຼາຍຊົ່ວອາຍຸຄົນ ກໍຖືກັນຈົນເປັນຮີດ ເປັນປະເພນີສືບຕໍ່ກັນມາຮອດບັດນີ້.

- ໃນບັນດາປະເທດເລົ່ານັ້ນ ຕາມປະຫວັດສາດຂອງສາສນາຂອງປະເທດເຂົາ ລ້ວນແຕ່ມີບັນຫາສົ່ງຄາມທຳ ລາຍພຣະສົງ ໂດຍສະເພາະໃນອິນເດັຍ, ບັງກລາເທດ, ສີລັງກາກໍເຫັນປາກົດມີ ເຖິງປານນັ້ນພຸດທະສາສນາ ໃນລັງກາຖືວ່າເປັນພຸດທະສາສນາທີ່ບໍຣິສຸດສົມຄວນ ກະສັດຫຼາຍພຣະອົງໃຫ້ຄວາມສັດທາໃນພຸດທະສາສນາ ແລະບຳລຸງພຸດທະສາສນາຕາມລຳດັບ ດັ່ງເຮົາຈະເຫັນໄດ້ວ່າ ໃນໄລຍະຫຼັງຊ່ວງ ພຸດທະສະຕະວັດທີ 1000-1500 ນັ້ນບັນດາປະເທດທີ່ນັບຖືສາສນາ ໃນອາຊີ ບໍ່ວ່າຈະເປັນປະເທດພະມ້າ, ໄທຍ໌, ຂະເໝນ ມັກຈະໄປສືບທອດພຸດທະສາສານໃນປະເທດສີລັງກາ, ແຕ່ລາວເຮົານັ້ນ ພຸດທະສາສາສນາໄດ້ສຶບທອດມາ ແຕ່ຍຸກແຮກໆ ຄື ນັບແຕ່ສະຕະວັດທີ ປີທີ 8 - 236 ຈະເຫັນວ່າຄະນະສົງມາຈາກອິນເດັຍໂດຍກົງ ຖືວ່າເປັນພຸດທະສາສນາດັ້ງເດີມເລື້ອຍໆ ຈົນມາຮອດປີ 1357 ພຣະເຈົ້າຟ້າມງຸ່ມກໍໄປນໍາ ເອົາພຸດທະສາສນາ ລັດທິລັງກາວົງ ທີ່ສືບທອດໃນຂະເໝນ ອຸປະຖັມໃນລ້ານຊ້າງຊຽງທອງ, ຈະເຫັນວ່າພຸດທະສາສນາໃນລາວ ເປັນສາສນາບໍຣິສຸດ ແລະດັ້ງເດີມ.

- ບໍ່ປາກົດວ່າພຣະສົງລາວໃນອະດີດ ແຖຄິ້ວ ຫຼືຈົ່ງຄິ້ວ ຫຼັກຖານນີ້ບໍ່ມີ ກໍເພາະວ່າການຈົ່ງຄິ້ວ ຫຼືແຖຄິ້ວບໍ່ແມ່ນ ເລື່ອງສຳຄັນໃນຄວາມເປັນພຣະ ຈຶ່ງບໍ່ມີຫຼັກຖານ ແຕ່ວ່າເຮົາໄດ້ສືບທອດພຸດທະສາສນາມາ 2 ທາງຄື:

1. ໃນສະໄໝສີໂຄດ-ຈັນທະບູຣີ ເຮົາຮັບພຸດທະສາສນາ ຈາກອິນເດັຍໂດຍກົງ ເປັນສາສນາຝ່າຍເຖຣະວາດທີ່ບໍຣິສຸດ ເພາະຜູ້ມາເຜີຍແຜ່ເປັນພຣະອໍຣະຫັນລ້ວນ ເຊັ່ນ ພຣະມະຫາພຸດທະວົງ,ພຣະມະຫາສັດສະດີ, ຕໍ່ມາ ກໍມີພຣະພຸດທະລິກຂິດ, ທັມມະລິກຂິດ, ສັງຄະລິຂິດ ເມື່ອສາສນາເຜີຍແຜ່ຢ່າງກວ້າງຂວາງແລ້ວ ເຮົາກໍໄດ້ ພຣະອໍຣະຫັນຊາວທ້ອງຖິ່ນ ຫຼືຊາວລາວລ້ວນໆ 5 ອົງ ເຊັ່ນພຣະມະຫາສຸວັນນະປາສາທະເປັນຕົ້ນ.

2. ເຮົາໄດ້ສືບທອດພຣະພຸດສາສນາຈາກຂະເໝນ (ແຕ່ເຊື່ອວ່າບໍ່ແມ່ນໄດ້ຈາກອັງກໍ ຄົງຈະໄດ້ຈາກຈຳປາສັກ ເຊັ່ນ ພຣະມະຫາປາສາມັນ) ສ່ວນຄຳພີສາສນາອາດມາຈາກ ອັງກໍ(ພຣະນະຄອນ), ໃນປີ 1357.

1. ເຮົາມາສຶກສານໍາກັນວ່າ ພຣະໄຕປິດົກຄັມພີທີ່ຄົງໄວ້ເຊິ່ງພຸດທະວະຈະນະ ສະນັ້ນ, ພຣະໄຕປີດົກນັ້ນ ກ່າວໄວ້ແຕ່ໃຫ້ພຣະສົງແຖຜົມ, ແຖຄິ້ວ, ແຕ່ວ່າໃນທາງປະຕິບັດ ຄັນແຖຜົມ ແຖໜວດແລ້ວ ບໍ່ແຖຄິ້ວ ແຖເຄົາ ແຖຂົນ ຄົງຈະເປັນສິິ່ງທີ່ບໍ່ງາມ ສະນັ້ນ ຈຶ່ງເຂົ້າໃຈວ່າພຣະມະຫາປາສາມັນໜ້າຊິແຖຄິ້ວມາກ່ອນ ຈຶ່ງເຮັດໃຫ້ພຣະສົງຊາວລ້ານຊ້າງ ແຖຄິ້ວມາເທົ້າບັດນີ້.
2. ດັ່ງທີ່ເຮົາເຂົ້າໃຈແລ້ວ ໃນປະວັດສາສນາໃນລາວນັ້ນ ກ່ອນທີ່ພຣະເຈົ້າຟ້າມງຸ່ມໄປນິມົນພຣະມະຫາປາມັນ ແລະນຳເອົາພຣະໄຕປິດົກຈາກຂະເໝນມານັ້ນ ສາສນາພຸດໃນ ດິນແດນລ້ານຊ້າງສ່ວນໜຶ່ງ ມີພຸດທະສາສນາສຶບທອດມາແຕ່ບູຮານ ຄືສະໄໝສີໂຄດ-ຈັນທະບູຣີແລ້ວ, ຈຶ່ງເຂົ້າໃຈວ່າ ພຣະສົງຍຸກກ່ອນ ທີ່ມີ່ແຕ່ ປີທີ 8 ຮອດ 236 ນັ້ນ ເປັນພຣະສົງເດີມໆທີ່ມາຈາກອິນເດັຍ ແລະເປັນພຣະສົງທີ່ສືບທອດມາຈາກພຣະເຖຣະອັນເປັນສາວົກຂອງພຣະພຸດທະເຈົ້າລ້ວນໆ ພຣະສົງເດີມເລົ່ານີ້ຕ້ອງແຖຄິ້ວມາກ່ອນ ຈຶ່ງເຮັດໃຫ້ ພຣະສົງຊາວລ້ານຊ້າງແຖຄິ້ວມາຮອດບັດນີ້.
3. ຖືເປັນຫົວໃຈຫຼັກຂອງພຸດທະສາສນາໃນລາວເລີຍກໍວ່າໄດ້ ວ່າພຸດທະສາສນາຕິກພັນກັບຊາດ ແລະປະຊາຊົນລາວໂດຍບໍແຍກກັນ ເຮົາສຶກສາປະຫວັດສາດລາວກໍດີ ປະຫວັດພຸດທະສາສນາໃນລາວກໍດີ ນັບແຕ່ໃນສະໄໝຈສີໂຄຕ-ຈັນທະບູຣີ ເຖົ້າຮອດລ້ານຊ້າງຊຽງທອງ ແລະລ້າານຊ້າງວຽງຈັນ ຈົນມາຮອດສະໄໝລາວຕົກເປັນຫົວເມືອງ ຂຶ້ນ ແລະກາຍມາເປັນ ສປປ.ລາວ ບັດນີ້ ບໍ່ມີຍຸກໃດເລີຍ ທີ່ພຣະມະຫາກະສັດລາວ-ແລະລັດຖະບານລາວ ທຳຮ້າຍພຸດທະສາສນາຈົນເຖິງຂັ້ນປະຫັດປະຫານກັນ ເໝືອນກັບບັນດາປະເທດທາງຝ່າຍເໜືອ ຍິ່ງໄປກວ່ານັ້ນ ຣາຊະສຳນັກລ້ານຊ້າງຍັງໃຫ້ອຸປະຖັມພຣະພຸດທະສາສນ ແລະຍົກສູງພຣະສົງເປັນບຸກຄົນພິເສດ ເໜືອກວ່າຊີວິດ ດ້ວຍເຫດນັ້ນ ສາຣະຖະສຳຄັນ ໃນທາງຮູບແບບສາສນາພຸດໃນລາວ ຈຶ່ງຄົງໄວ້ແບບເດີມໆໆໆໆສາເປັນສ່ວນໃຫຍ່.

- ຂໍ້ທີ່ວ່າ ການແຖຄິ້ວ ບໍ່ແຖຄິ້ວບໍ່ເປັນປະເດັນຂອງທາດແທ້ແຫ່ງສາສນາ ທາດແທ້ຂອງສາສນາ ຄື ພຣະທັມ-ວິໄນ ການແຖຜົມແລ້ວບໍ່ແຖຄິ້ວ ຄືວ່າເປັນປະເດັນຮອງ ທີ່ບົງບອກເພດ ຂອງບຸກຄົນໃນສາສນາວ່າ ແຖຜົມຫ່ົມເຫຼືອງຕ້ອງແມ່ນພຣະໃນສາສນາ ແຕ່ຫາກແຖຜົມແລ້ວບໍ່ແຖໜວດ ແຖຄິ້ວ ແຖເຄົານັ້ນ ມັນເປັນພຽງແຕ່ເຮັດໃຫ້ເບິ່ງ ໜ້າກຽດໜ້າອາຍເທົ່ານັ້ນ, ແລະຖ້າແຖຜົມ ແຖຄິ້ວ ແຖໜວດ ແຖເຄົາ ໃນອະດີດນັ້ນມັນເປັນສັນຍະລັກຂອງພຣະສົງລາວ ທີ່ມີຄວາມບໍຣິສຸດມາຕລອດໄລຍະປະຫວັດສາດເທົ່ານັ້ນເອງ.

- ແຕ່ປັດຈຸບັນນີ້ ການແຖຜົມ, ແຖຄິ້ວ, ແຖໜວດ,ແຖເຄົາ ແລະຫົ່ມເຫຼືອງ ມີຄວາມສຳຄັນທີ່ສຸດຕໍ່ພຸດທະສາສນາໃນລາວ ເພາະເຫດວ່າ
1. ມີຄວາມເປັນເອກພາບກັນຂອງຄະນະສົງ.
2. ຫຼິ້ກເວັ້ນການປອມຕົວຂອງບຸກຄົນ ທີ່ສະແຫວງປະໂຫຍດໃນເພດຄວາມເປັນສະມະນະ.
3. ຫຼິ້ກເວັ້ນການຕິຕຽນຂອງຊາວບ້ານ.
4. ອັນນີ້ຖືວ່າສຳຄັນ ຫຼິກເວັ້ນການສົງໃສຂອງອອກຕົນຍາດໂຍມທີ່ຈະເຂົ້າໃຈຜິດວ່າ ທ່ານເປັນພຣະປອມນັ້ນເອງ.

- ປີ 1980 ຜູ້ຂຽນໄດ້ຮັບຟັງການສັ່ງສອນຈາກພຣະອາຈານພໍ່ເຖົ້າອ້ວນ ທີ່ປຶກສາເຈົ້າອະທິການວັດແສນເໜືອ ແລະພຣະອາຈານສຸຄົນ ມະນີວົງເຈົ້າອະທິການວັດສະເໝີວ່າ ຕົກໝູ່ແຮ້ງໃຫ້ເປັນແຮ້ງ ຕົກໝູ່ກາໃຫ້່ເປັນກາ ແຕ່ເຮົາຕ້ອງຮູ້ວ່າເຮົາເປັນໃຜ ? ປີ 1985 ທີ່ຜູ້ຂຽນຈະອອກເດີນທາງໄປຮຽນ ພຣະອາຈານພໍ່ເຖົ້າ ອ້ວນກໍບໍ່ໄດ້ສັ່ງຫຍັງຫຼາຍ ມີແຕ່ສັ່ງຄຳດຽວເທົ່ານັ້ນ ຄື : ຕົກໝູ່ແຮ້ງໃຫ້ເປັນແຮ້ງ ຕົກໝູ່ກາໃຫ້່ເປັນກາ ແຕ່ເຮົາຕ້ອງຮູ້ວ່າເຮົາເປັນໃຜ ? ກໍຄື ຄວາມສັ່ງຄວາມສອນນີ້ມາຕລອດ.

No comments:

Post a Comment