หน้าเว็บ

Wednesday, 20 July 2011

ພຣະມະຫາວິຣະ (ສາສດາຂອງສາສນາເຊນ)

- ມະຫາວິຣະ ຫຼືນິຄຣົນນະຖະບຸດ ປະສູດໃນວັນທີ 12 ປີທີ 599 ກ່ອນ ຄ.ສ, ໃນວັນທີ່ປະສູດສະມາ ຊິກໃນຄອບຄົວໄດ້ມາໂຮມຕົວກັນໃນ ງານລ້ຽງທີ່ຍິ່ງໃຫຍ່, ບິດາຂອງເຂົາໄດ້ກ່າວວ່າ ຄອບຄົວເຮົາໄດ້ຮັບຄວາມ ຜາສຸກ ແລະຄວາມດີງາມຕັ້ງແຕ່ແມ່ຂອງມະຫາວິຣະໄດ້ຕັ້ງຄັບ ແລະທັງສອງນັ້ນໄດ້ຕັ້ງຊື່ລູກທີ່ເກີດມາວ່າ ວັທທະ ມານະ ແປວ່າ ຄວາມເພີ່ມພູນ ຫຼືຜູ້ຈະເຣີນ ແຕ່ວ່າບັນດາສານຸສິດຂອງພຣະມະຫາວິຣະ ໄດ້ຮຽກວ່າ ມະຫາວິຣະ ແລະພວກເຂົາໄດ້ອ້າງວ່າຊື່ນີ້ບັນດາເທບພະເຈົ້າຮຽກກັນ ຄວາມໝາຍຄືຜູ້ຊະນະທີ່ຍິ່ງໃຫຍ່ ມະຫາວິຣະເປັນ ລູກຄົນທີ 2 ເຂົາໃຊ່ຊີວິດໃນໄລຍະແຮກໆ ໃນອ້ອມກອດຂອງບິດາມານດາ. ໄດ້ຮັບຄວາມສຸກສະບາຍ ຢ່າງມາກມາຍ ໂດຍມີຄົນໃຊ້ອຳນວຍຄວາມສະດວກໃຫ້ແກ່ເຂົາ.

- ມະຫາວິຣະນັ້ນ ເປັນຜູ້ທີ່ຍົກຍ້ອງໃຫ້ກຽດຕໍ່ບິດາມານດາຢ່າງມາກ, ຕໍ່ມາເມື່ອເຕີບໃຫຍ່ຂຶ້ນ ໄດ້ສົມຣົດກັບ ຍິງຄົນໜຶ່ງ ແລະມີລູກສາວໜຶ່ງຄົນ ມະຫາວິຣະນັ້ນໄດ້ໃຊ້ຊີວິດຢ່າງສຸກສະບາຍ ເພາະເຂົານັ້ນເປັນລູກຊາຍຂອງ ເຈົ້າເມືອງ ບ້ານຂອງບິດາເຂົາ ເປັນທີ່ຢ້ຽມຢາມຂອງບັນດານັກບວດ ແລະພຣະທຸກໆຄັ້ງ ທີ່ນັກບວດໄດ້ຢ້ຽມຢາມ ພວກເຂົາເຫຼົ່ານັ້ນຈະໄດ້ຮັບການຕ້ອນຮັບຢ່າງດີ ແລະສົມກຽດ ແລະມະຫາວິຣະກໍຈະໄປນັ່ງຟັງຄຳສອນຈາກພວກ ນັກບວດເຫຼົ່ານີ້ ເຊິ່ງທຳໃຫ້ເຂົາປະຫຼາດໃຈໃນຄຳສອນເຫຼົ່ານັ້ນ ແລະຕົວເຂົາ ເອງນັ້ນມີຄວາມປາຖະໜາທີ່ຈະຕິດ ຕາມພວກນັກບວດເຫຼົ່ານັ້ນ ແຕ່ເພາະຄວາມຮັກທີ່ມີໃຫ້ບິດາ ມານດາ ໄດ້ຢັບຢັ້ງໃຫ້ເຂົາຈາກການທໍາໃຫ້ບັນລຸ ຕາມຄວາມປາຖະໜາ ໂດຍເຂົາຮູ້ດີວ່າທ່ານທັງສອງນັ້ນ ບໍ່ຕ້ອງການໃຫ້ມະຫາວິຣະ ໃຊ້ຊີວິດຢູ່ໃນຫົນທາງ ຂອງນັກບວດ.

- ພາຍຫຼັງ ບິດາມານດາຂອງເຂົາໄດ້ເສັຍຊີວິດແລ້ວ ອ້າຍຂອງເຂົາໄດ້ຂຶ້ນປົກຄອງເມືອງແທນບິດາຂອງເຂົາ ຫຼັງຈາກທີ່ອ້າຍຂອງເຂົາໄດ້ຂຶ້ນ ປົກຄອງເມືອງໄດ້ 1 ປີເຕັມ, ມະຫາວິຣະໄດ້ຂໍອະນຸຍາດ ຈາກອ້າຍຂອງເຂົາເພື່ອ ທີ່ຈະເປັນນັກບວດ, ອ້າຍຂອງເຂົາກໍອະນຸຍາດຕາມຄຳຂໍ.

- ດັ່ງນັ້ນ, ເຂົາຈຶ່ງເຣີ່ມຖອດເຄື່ອງແຕ່ງກາຍຂອງເຂົາອອກ ພ້ອມກັບແຕ່ງກາຍຂອງນັກບວດ, ຕໍ່ມາເຂົາເຣີ່ມ ລົດອາຫານ ແລະເຄື່ອງດື່ມ ໃຫ້ນ້ອຍລົງ ແລະໃຊ້ຊີວິດຢູ່ກັບປັດໄຈຢັ້ງຊີບທີ່ເລັກໆນ້ອຍໆ, ຫຼັງຈາກນັ້ນ 13 ເດືອນຕໍ່ມາເຂົາກໍເປືອຍກາຍ.

- ແທ້ທີ່ຈິງ ມະຫາວິຣະ ໄດ້ບັນລຸເຖິງຂັ້ນໜຶ່ງ ເຂົາໄດ້ຂະຈັດກິເລສຕ່າງໆອອກໝົດສິ້ນ, ບໍ່ມີຄວາມອາຍ, ບໍ່ມີຄວາມເຈັບປວດ, ບໍ່ມີຄວາມດີໃຈ ເສັຍໃຈ, ເຂົາຍັງຝຶກຝົນການບຳເພັງຕົນເປັນເວລາ 12 ປີດ້ວຍກັນ, ຫຼັງຈາກບັນລຸເຖິງຂັ້ນນີ້ແລ້ວ ເຂົາກໍເຣີ່ມຕົ້ນໃໝ່ ຄືການຮຽກຮ້ອງໄປສູ່ແນວ ທາງຂອງເຂົາ, ເຂົາເຣີ່ມຕົ້ນຈາກ ຄອບຄົວ ຍາດພີ່ນ້ອງໃກ້ຊິດຕລອດຈົນປະຊາຊົນໃນເມືອງຂອງເຂົາ, ພວກເຂົາເຫຼົ່ານີ້ໄດ້ໃຫ້ການຕອບຮັບແນວ ທາງຂອງມະຫາວິຣະເປັນຢ່າງດີ, ເຂົາຍັງຄົງປະກາດແນວທາງຂອງເຂົາຈົນເຖິງ ອາຍຸ 72 ປີ ແລະເຈົາກໍໄດ້ພຳ ນັກຢູ່ເມືອງໆໜຶ່ງ ຊື່ວ່າ ບານາປຸຣີ(ອ່ານຕາມພາສາອາຫຼັບ) ເຂົານັ້ນໄດ້ເທສນາທັມ 55 ຄັ້ງ, ແລະໄດ້ຕອບ ຄໍາຖາມເຖິງ 36 ຄຳຖາມ, ທີ່ບໍ່ເຄີຍຖືກຖາມມາກ່ອນເລີຍ.

- ພາຍຫຼັງຈາກນີ້ໄດ້ບໍ່ນານໃນປີທີ 527 ກ່ອນ ຄສ. ມະຫາວິຣະໄດ້ເສັຍຊີວິດຢ່າງສະຫງົບຄົນດຽວ ໂດບບໍ່ມີຜູ້ໃດຢູ່ພ້ອມກັບທ່ານເລີຍ, ມະຫາວິຣະນັ້ນ ໄດ້ເປັນອິສຣະຈາກພັນທະນາການຈາກຊີວິດໃນໂລກ ແລະເຂົາໄດ້ຖິ້ມມໍຣະດົກເອົາໄວ້ ນັ້ນກໍຄືຄໍາສັ່ງເສັຍຕ່າງໆ ແລະຄຳສອນຕ່າງໆ ໃນສາສນາເຊນ ໃຫ້ແກ່ຄົນ ອິນເດັຍຈົນກະທັງເຖິງທຸກວັນນີ້.

No comments:

Post a Comment