หน้าเว็บ

Wednesday, 22 June 2011

ທຸຣະ 2 ຢ່າງໃນທາງພຸດທະສາສນາ

ທຸຣະທາງພຣະສາສນາ

- ທຸຣະທາງພຣະສາສນາ ມີ 2 ຢ່າງ ຄື
1. ຄັນຖະທຸຣະ
2. ວິປັສນາທຸຣະ

- ຄັນຖະທຸຣະ: ໄດ້ການສຶກສາຮໍ່າຮຽນ ໃຫ້ຮູ້ເລື່ອງສາສນາ ແລະຫຼັກສິນທັມ.
- ວິປັດສະນາທຸຣະ : ໄດ້ແກ່ທຸຣະ ຫຼືວຽກງານການບຳເພັງສະມັດຖະ ແລະວິປັດສະນາກັມມັດຖານ.

- ທຸຣະທັງສອງນີ້ເປັນໜ້າທີ່ ຫຼືພັນທະກິດທີ່ເປັນທຸຣະ 2 ຢ່າງ ທີ່ພຸດທະບໍຣິສັດຕ້ອງບຳເພັງໃນທາງພຸດທະສາສນາ ໃຫ້ໄດ້ ຄື.
- ຄັນຖະທຸຣະ : ການສຶກສາຮໍ່າຮຽນພຣະທັມ-ວິໄນ, ພຣະໄຕປິດົກ ອັນເປັນຄຳສອນຂອງ ພຸດທະສາສນາໃຫ້ເຂົ້າໃຈແລ້ວນໍາໄປສອນ ດ້ວຍການບອກກ່າວ, ເທດສະນາ, ສັ່ງສອນ, ການສອນໜັງສືໃນໂຮງຮຽນ, ເຜີຍແຜ່ທັມດ້ວຍຮູບການໃດໆກໍໄດ້ ທີ່ສາມາດນຳເອົາທັມມະເຂົ້າສູ່ປວງຊົນ ໂດຍການບໍ່ແຕະຕ້ອງຕໍ່ພຣະວິໄນ, ການສ້າງວັດວາອາຮາມ, ກຸຕິ, ວິຫານ, ສາລາໂຮງທັມ, ສິມ, ລວມເຖິງການປົກປັກຮັກສາ ສາສນາສະຖານ ແລະການອະນາໄມສາສນາສະຖານໃຫ້ສວຍສົດງົດງາມດ້ວຍ, ນອກຈາກນັ້ນ ຍັງສົງເຄາະເອົາການປົກຄອງຄະນະສົງເຂົ້າດ້ວຍ.

- ວິປັດສະນາທຸຣະ: ໄດ້ແກ່ວຽກງານກັມມັດຖານ ຫຼືການບໍາເພັງກັມມັຕຖານ 2 ຢ່າງ ຫຼືຢ່າງໃດ ຢ່າງໜຶ່ງໃນ 2 ຢ່າງ ຄື:
ກ. ສະມັດຖະກັມມັດຖານ
ຂ. ວິປັດສະຖານກັມມັດຖານ.

- ກັມມັດຖານທັງ 2 ຢ່າງເປັນທຸຣະສຳຄັນຂອງພຣະພິກຂຸສາມະເນນ ຈະຕ້ອງບໍາເພັງໃຫ້ເກີດ ແກ່ຕົນ ເຊິ່ງມີເນື້ອຫາໃນດ້ານຄວາມສຳຄັນແກ່ພຣະພິກຂຸສາມະເນນເອງ ແລະຖືເປັນງານຫຼັກ ເພື່ອໃຫ້ຕົນ ໄດ້ຮູ້ຈັກທາງດັບທຸກ, ຫຼືປົດເປື້ອງທຸກ ອອກຈາກຕົນຫຼາຍນ້ອຍຕາມສົມຄວນແກ່ການປະຕິບັດ, ທາງດຽວ ກັນນັ້ນ ເປັນວຽກງານທີ່ຈະຊ່ວຍໃຫ້ຜູ້ນັບຖືພຸດທະສາສນາ ໄດ້ປະຕິບັດຈາມເພື່ອໃຫ້ຄົນເຫຼົ່ານັ້ນພົ້ນທຸກ ຕັ້ງແຕ່ທຸກເລັກໆນ້ອຍໆ ຈົນເຖິງທຸກໃຫຍ່ໆ ເຊັ່ນການເກີດ, ແກ່, ເຈັບ, ຕາຍ ເປັນທາງສາຍດຽວ ທີ່ຈະ ທຳໃຫ້ຜູ້ປະຕິບັດພົ້ນອອກຈາກໂອຄະສົງສານ ແລະກັມມັດຖານນີ້ ມີສະເພາະແຕ່ໃນສາສນາຂອງພຣະພຸດ ທະເຈົ້າເທົ່ານັ້ນ, ກັມມັດຖານນັ້ນ ມີ 2 ປະເພດຄື:

1. ສະມະຖະກັມມັດຖານ: ກັມມັດຖານຊະນິດນີ້ ເປັນອຸບາຍໃຫ້ໃຈສະງົບ ຄືໃຈທີ່ອົບຮົມໃນທາງ ສະມະຖະກັມມັດຖານແລ້ວ ຈະເກີດສະຫງົບນິ້ງ ແລະເກາະຢູ່ໃນອາຣົມໜຶ່ງ ພຽງຢ່າງດຽວ ອາຣົມຂອງສະມະຖະກັມມັດຖານນັ້ນ ແບ່ງອອກເປັນ 40 ກອງ ຄື ກະສິນ 10, ອະສຸພະ 10, ອະນຸສະຕິ 10 ພົມມະວິຫານ 4 ອາຫາເຣປະຕິກູລະສັນຍາ 1 ຈະຕຸທາຕະວັດຖານ 1 ອະຮູບ 4.

2. ວິປັສສະນາກັມມະຖານ : ເປັນອຸບາຍໃຫ້ເກີດ ຫຼືອຸບາຍໃຫ້ເຮືອງປັນຍາ ໝາຍເຖິງການມຸ້ງອົບຮົມປັນຍາ, ໂດຍການປ່ອຍວາງພາຣະທັງປວງ, ທຳກາຍໃຈໃຫ້ເບົາ ຍິນດີໃນເສນາສະນະທີ່ສະຫງົບ ພິຈາຣະນາເຖິງຄວາມເສື່ອມໄປ ສິ້ນໄປຂອງສັງຂານຮ່າງກາຍ ຈົນເຫັນສະມັນຍະລັກສະນະ ຄື ອະນິຈຈັງ, ທຸກຂັງ, ອະນັດຕ່ ໄດ້ແຈ່ມແຈ້ງ ຈະວິປັນສະນາຢ່າງຕໍ່ເນື່ອງ ບໍ່ຂາດສາຍກໍຈະເຖິງຫຼັກໄຊ ຄືເຫັນແຈ້ງ, ເຫັນປັດຈຸບັນ, ເຫັນຮູບນາມ,ເຫັນພຣະໄຕຣລັກ ແລະເຫັນມັກ ຜົນ ໄດ້ອໍຣະຫັນ ເປັນຜູ້ມຸ້ງສູ່ພຣະນິພພານຝ່າຍດຽວ.

- ວິປັສສະນາທຸຣະ ເປັນງານທີ່ພຣະພຸດທະເຈົ້າ ກຳນົດໃຫ້ພິກຂຸປະຕິບັດຢ່າງໜຶ່ງ ໃນສອງຢ່າງ ຄືຄັນຖະທຸຣະ ແລະວິປັສສະນາທຸຣະ, ໝາຍຄວາມວ່າພິກຂຸທຸກໆອົງ ຈະທຳງານດ້ານຄັນຖະທຸຣະກໍ ຕາມ ຕ້ອງໄດ້ທຳງານດ້ານວິປັສສະນາທຸຣະດ້ວຍ, ຫາກພິກຂຸຈະມຸ້ງເນັ້ນວຽກງານວິປັສສະນາທຸຣະຢ່າງດຽວ ກໍເປັນທາງເລືອກໄດ້ ຄືຕ້ອງຍິນດີໃນເສນາສະນະທີ່ສະຫງົບຕ້ອງຜີກອອກຈາກໝູ່ຄະນະ ໄປສະແຫວງຫາ ທີ່ສະຫງົບ ເພື່ອສະດວກຕໍ່ການທຳວິປັສສະນາທຸຣະ, ແຕ່ຫາກພິກຂຸຕ້ອງການຈະທຳທຸຣະທັງສອງ ຄືທັງ ຄັນຖະ ແລະວິປັສສະນາທຸຣະພ້ອມ ກໍຖືວ່າເປັນງານທີ່ຄວນແກ່ການຍົກຍ້ອງ ເພາະພຣະພຸດທະສາສນາ ຈະໝັ້ນຄົງສະຖາພອນໄດ້ນັ້ນ ພຣະພິກຂຸຕ້ອງທຳທຸຣະທັງສອງຕາມໜ້າທີ່ຂອງສະມະນະ.

- ໃນອານາຈັກລ້ານຊ້າງກ່ອນ ປີ 1357 ນັ້ນ ຄືກ່ອນພຣະບາດສົມເດັດພຣະເຈົ້າຟ້າງຸ່ມມະຫາ ຣາດຈະສະຖາປານາມະຫາອານາຈັກລ້ານຊ້າງ(ລາວ) ໃຫ້ກວ້າງໄກແຜ່ໄພສານນັ້ນ ນັກປະຫວັດສາດ ໄດ້ໃຫ້ຄວາມສຳຄັນວ່າ ພຣະອົງນິຍົມທັງຄັນຖະທຸຣະ ແລະວິປັດສະນາທຸຣະ ຄື ພຣະອົງເຫັນວ່າມະຫາ ອານາຈັກລ້ານຊ້າງຈະຈະເຣີນ ແລະໝັ້ນຄົງ ແລະເປັນເອກະພາບກັນຍືນຍາວນານໄດ້ ມີແຕ່ສົ່ງເສີມ ໃຫ້ພຣະສົງ(ທີ່ມີມາກ່ອນໜ້ານັ້ນ) ເຜີຍແຜ່ພຣະພຸດທະສາສນາ ສູ່ປວງຊົນຊາວລ້ານຊ້າງໃຫ້ທົ່ວເຖິງ ແລະທາງດຽວກັນນັ້ນ ພຸດທະສາສນາຈະໝັ້ນຄົງຢູ່ໄດ້ນານເທົ່າ 5000 ພຣະວັດສາ ພຣະສົງຕ້ອງທໍາງານ ຫຼືທຳທຸຣະທັງສອງມໃຫ້ບໍຣິບູນ, ມີນັກການສາສນາຂອງລາວບາງທ່ານກ່າວໄວ້ວ່າ ພຸດທະສາສນາເຂົ້າສູ່ ລາວເຫິງນານແລ້ວ ຫາກອີງຕາມໜັງສືອຸຣັງຄະນິທານ ກໍນັບແຕ່ ພ.ສ 8 ແຕ່ຫາກອີງຕາມປະຫວັດສາດ ຂອງຊົນຊາດລາວ ກໍປະມານ ພ.ສ 600 ປາຍສະໄໝລາວຢູ່ອານາຈັກໜອງແສ ເປັນຕົ້ນມາ ແລະໃນບັນດາ ຫົວເມືອງຕ່າງ ໃນອານາຈັກລ້ານຊ້າງກ່ອນພຣະອົງ ບາງເມືອງກໍນັບຖືພຸດທະສາສນາແລ້ວ ເຊັ່ນຍສີໂຄດຕະບອງ ແລະຈັນທະບູຣີ ແຕ່ບາງເມືອງກໍຍັງບໍ່ທັນນັບຖື ພຣະອົງຈຶ່ງມີຄວາມມຸ້ງຫວັງໃຫ້ ພຣະສົງທີ່ມີຢູ່ກ່ອນໜ້ານັ້ນ ທີ່ມຸ້ງເນັ້ນການທຳໜ້າທີ່ວິປັດສະນາທຸຣະຫຼາຍກວ່າຄັນຖະທຸຣະ ແລະມັກຢູ່ວັດປ່າໄກເມືອງ ຍາກທີ່ຈະເອົາຄຳສອນເຂົາເຖິງປະຊາຊົນໄດ້ ພຣະອົງຈຶ່ງນິມົນເອົາພຣະສົງ ເລົ່ານັ້ນເຂົ້າມາຕັ້ງວັດຢູ່ໃກ້ບ້ານ ແລະໃຫ້ພຣະສົງທໍາໜ້າທີ່ສອນປະຊາຊົນ ພຣະສົງທີ່ບໍ່ມາ ກໍໃຫ້ຢູ່ປ່າ ໃນສະໄໝພຣະອົງ ຈຶ່ງມີຄະນະສົງ ຂຶ້ນ 2 ຄະນະຄື ພຣະທີ່ຢູ່ໃກ້ບ້ານທໍາໜ້າທີ່ທັງຄັນຖະແລະວິປັສສະນາ ຮຽກວ່າ ຄາມະວາສີ, ພຣະທີ່ຍັງຢູ່ປ່າທໍາວິປັສສະນາທຸຣະຢ່າງດຽວ ຮຽກວ່າ ອາຣັນຍະວາສີ ແລະແລ້ວພຣະອົງ ຈຶ່ງໄດ້ໄປນໍາເອົາພຣະໄຕປິດົກຈາກຂະເໝນຂຶ້ນມາຍັງລ້ານຊ້າງ ໂດຍມີພຣະມະຫາປາ ສາມັນເປັນຫົວໜ້າ ມາຍັງນະຄອນຊຽງທອງ ແລະມອບໃຫ້ຄະນະສົງທໍາທຸຣະຂອງຕົນ ສືບເນື່ອງຈົນເປັນ ປະເພນີ ທີ່ໝັ້ນຄົງຢູ່ຄູ່ບ້ານເມືອງລາວ ແລະເມືອງບໍຣິວານເທົ້່າບັດນີ້.

ສະຣຸບແລ້ວ ພຸດທະສາສນາຂອງເຮົາມີທຸຣະສຳຄັນ 2 ຢ່າງ ເຊິ່ງຂາດເສັຍບໍ່ໄດ້ ຫາກຂາດເສັຍທຸຣະໃດ ທຸຣະໜຶ່ງສາສນາຈະໝັ້ນຄົງຢູ່ຄູ່ຊາດ ໄດ້ຍາກແລ.

No comments:

Post a Comment