Thursday 12 May 2011

ອານິສົງສ້າງກຸຕິ ວິຫານ

ການສ້າງກຸຕິ ເປັນການເຮັດບູນ ປະເພດສັງຄະທານ ຄື ການໃຫ້ແກ່ຄະນະສົງ ໄດ້ອະນິສົງຫຼາຍກວ່າປະເພດ ບຸຄະລິກຂະທານ.

1. ປາຣົພເຣື່ອງ
- ໃນກາລະຄັ້ງໜຶ່ງ ສົມເດັດພຣະບໍຣົມມະສາສດາປະທັບ ນະ ລັດຖີວັນສວນຕານອ່ອນພຣະອົງດຽວ ເພື່ອໂຜດເວນັຍສັຕວ໌ໃຫ້ໄດ້ມັຄຄ໌ 4 ຜົລ 4 ຄັ້ງນັ້ນ ພຣະເຈົ້າພິມພິສາຣໄດ້ ຄອງຣາຊະສົມບັຕໃນ ພຣະນຄຣຣາຊະຄືຫ໌ ກໍມີຈິຕສັທທາເຫຼື້ອມໃສໃນພຣະພຸທະເຈົ້າ ແລ້ວກໍ່ສ້າງພຣະວິຫາຣໃນພຣະຣາຊະອຸທຍານເວລຸວັນ ສວນປ່າໄມ່ໄຜ່ໃຫ້ເປັນວັດແຮກໃນ ພຣະພຸທທະສາສນາ ຖວາຍແກ່ອົງຄ໌ສົມເດັຈພຣະສັມມາສັມພຸທທະເຈົ້າ ພ້ອມດ້ວຍພຣະພິກຂຸ 500 ອົງ, ພ້ອມດ້ວຍພັຕຕາຫາຣເປັນສັງຄະທານ, ເມື່ອພຣະບໍຣົມມະສາສດາ ພ້ອມ ດ້ວຍເລົ່າພຣະພິກຂຸສົງຄ໌ສັນພັຕຕາກິຈເສັຈແລ້ວ ພຣະເຈົ້າພິມພິສາຣທູນພຣະບໍຣົມມະສາສດາ ເຣື່ອງອານິສົງສ໌ກາຣສ້າງກຸຕິວິຫາຣ.

2. ພຣະເຈົ້າພິມມິສາຣຊົງທູລຖາມເຣື່ອງອານິສົງສ໌ ກາຣສ້າງກຸຕິວິຫາຣ.
- ພັນເຕ ພະຄະວາ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ສາທຸຊົນທັງຫຼາຍ ມີໃຈສັທທາປະສັນນະກາຣເຫຼື້ອມໃສມາສ້າງກຸຕິວິຫາຣເພື່ອເປັນສັງຄະທານນັ້ນ ມີອານິສົງເປັນປະກາຣໃດ ກໍຂ້າຈາ ? ຂໍພຣະອົງຊົງສແດງພຣະທັມມະເທສນາ ໃຫ້ຂ້ານ້ອຍພ້ອມດ້ວຍພຸທທະບໍຣິສັທທັງຫຼາຍເຫັນຈິງດ້ວຍເຖີດ.

3. ພຣະພຸທທະອົງຊົງເທສນາເຣື່ອງອານິສົງສ໌ ແຫ່ງກາຣສ້າງກຸຕິວິຫາຣ ເປັນສັງຄະທານ.
- ດູກອນ ມະຫາບໍພິຕຣາຊະສົມພາຣ ບຸຄຄະລະຜູ້ໃດມີຄວາມເຫຼື້ອມໃສສັທທາໃນພຣະຣັຕນະຕຣັຍ ແລ້ວກໍ່ສ້າງກຸຕິ ວິຫາຣ ສາລາ ຄູຫານ້ອຍໃຫຍ່ ຖວາຍເປັນສັງຄະທານ ຈະປະກອບຜົລເປັນມະຫາອະນິສົງສ໌ເປັສອັນມາກມາຍອະນັນອະເນກປະກາຣ ເຖິງ 40 ກັລ໌ປ.

4. ພຣະອົງຊົງຍົກເອົາອະດີຕນິທານ ມາສແດງທັມມະເທສນາເປັນຕົວຢ່າງສືບຕໍ່ໄປ.
- ອະຕິເຕ ກາເລ ໃນອະດີຕກາລລ່ວງມາແລ້ວ ພຣະພຸທທະເຈົ້າຍັງບໍ່ທັນໄດ້ອຸບັຕເກີດຂຶ້ນມາໃນໂລກ ໂລກຍັງສູນເປົ່າຢູ່ຊົ່ວກາລະນານ ໃນລະຫວ່າງນັ້ນພຣະປັຈເຈກະ ໂພທິສັຕຍ໌ເຈົ້າທັງຫຼາຍກໍໄດ້ບັງເກີດຂຶ້ນມາຕັສຮູ້ໃນໂລກນີ້, ພຣະປັຈເຈກະໂພທິສັຕຍ໌ເຈົ້າກໍອາສັຍໃນປ່າຫິມະພານຕ໌ ຢູ່ມວັນໜຶ່ງກໍມີຄວາມປາຖນາຈະມາໃກ້ໝູ່ບ້ານ ອັນເປັນແວ້ນແຄວ້ນທີ່ກະສິກະຣາສ(ກະສິກຣ)ອາສັຍຢູ່ ພຣະປັຈເຈກະໂພທິສັຕຍ໌ເຈົ້າກໍມາອາສັຍຢູ່ຊາຍປ່າໃກ້ບ້ານ.

- ໃນບ້ານນັ້ນ ມີນາຍຊ່າງຄົນໜຶ່ງ ກໍໄດ້ອອກໄປປ່າກັບລູກຊາຍຂອງຕົນ ເພື່ອຈະຕັກໄມ້ມາຂາຍກິນລ້ຽງຊີພຕາມເຄີຍ ກໍແລເຫັນພຣະປັຈເຈກະໂພທິສັຕຍ໌ເຈົ້າ ນັ່ງຢູ່ຮົ່ມຕົ້ນໄມ້ໃຫຍ່ ພໍ່ລູກສອງຄົນກໍເຂົ້າໄປນ້ອມກາຍຖວາຍນະມັສກາຣແລ້ວ ກໍທູນຖາມວ່າ, ຂ້າແຕ່ພຣະຜູ້ເປັນເຈົ້າ ຈະໄປໃສຈຶ່ງມາຢູ່ໃນສະຖານທີ່ແຫ່ງນີ້, ພຣະປັຈເຈກະໂພທິສັຕຍ໌ເຈົ້າກໍຕອບວ່າ, ດູກຣ ອາວຸໂສ ເວລານີ້ຈວນຈະເຂົ້າພັຣສາແລ້ວອາຕະມາທ່ຽວສແວງຫາກຸຕິວິຫາຣ ທີ່ຈະຈໍາພັຣສາ.

- ນາຍຊ່າງ ກໍອາຣາທະນາໃຫ້ຈໍາພັຣສາຢູ່ໃນສະຖານທີ່ນີ້ ພຣະປັຈເຈກະໂພທິສັຕຍ໌ເຈົ້າກໍຊົງຮັບດ້ວຍຄວາມດຸສະດີຍະພາບ ສອງພໍ່ລູກດີໃຈກໍນິມົນຕ໌ພຣະປັຈ ເຈກະໂພທິສັຕຍ໌ເຈົ້າ ເຂົ້າໄປສູ່ເຮືອນ ຖວາຍພັຕຕາຫາຣທານແກ່ພຣະປັຈເຈກໂພທິສັຕຍ໌ເຈົ້າ, ສອງພໍ່ລູກກໍທ່ຽວຫາຕັດໄມ້ ມາສ້າງກຸຕິວິຫາຣທີ່ແຄມສະໂບກ ຂະຣະນີໃຫຍ່ ແລະທໍາສະຖານທີ່ເດີນຈົງກົມສະເຣັຈແລ້ວ ກໍນິມົນຕ໌ພຣະຜູ້ເປັນເຈົ້ ຈົ່ງຢູ່ໃຫ້ເປັນສຸຂເຖີດ.

- ຄັນພຣະປັຈເຈກະໂພທິສັຕຍ໌ເຈົ້າຮັບແລ້ວ ສອງພໍ່ລູກກໍຕັ້ງ ປະນິທານຄວາມປາຖນາ ຂໍໃຫ້ຂ້ານ້ອຍພົ້ນຈາກຄວາມທຸກຂ໌ຍາກເຂັນໃຈ ໄຮ້ຊັພທ໌ ອັບປັນຍາ ແລະ ຂໍໃຫ້ຂ້ານ້ອຍໄດ້ເປັນພຣະອໍຣະຫັນຕ໌ຂີນາສາວົກຜູ້ປະເສີຖອົງນຶ່ງເຖີດ.

- ພຣະປັຈເຈກະໂພທິ ກໍຮັບອະນຸໂມທະນາເຊິ່ງບຸນ ນາຍຊ່າງສອງພໍ່ລູກກໍໃຊ້ຊີວິຕດ້ວຍກາຣອາຊີບເປັນນາຍຊ່າງຕັດໄມ້ຂາຍ ຈົນຊິ້ນອາຍຸຂັຍແລ້ວ ກໍທໍາກາຣກິຣິຍາຕາຍໄປ ເກີດໃນສວັນຄ໌ຊັ້ນດາວະດິງສ໌, ມີວິມາລຄໍາເປັນທີ່ຮອງຮັບ ແລະມີບໍຣິວາຣແວດລ້ອມ ສເວິຍທິພສົມບັຕໃນສວັນຄ໌ສິ້ນກາລອັນຍາວນານ.

- ຄັນຈະຕິຈາກສວັນຄ໌ນັ້ນແລ້ວ ກໍໄດ້ໄປບັງເກີດເປັນພຣະຣາຊະບຸຕຂອງ ພຣະເຈົ້າສຸໂຣທິບໍຣົມມະກະສັຕຍ໌ ໃນເມືອງມິຖິລາມະຫານຄຣ, ຊົງພຣະນາມວ່າ ມະຫາປາ ນະທະກຸມາຣໆ ຈະເຣີນວັຍຂຶ້ນ ໄດ້ສເວີຍຣາຊະສົມບັຕເປັນພຣະເຈົ້າມະຫາຈັກຣ໌ພັຕິຣາຊ ດ້ວຍອານິຍສົງສ໌ໄດ້ສ້າງກຸຕິແກ່ພຣະປັຈເຈກະໂພທິສັຕຍ໌ ເຈົ້ານັ້ນ ແລ.

- ຄັນໄດ້ສວັນນະຄົຕຈາກຊາຕເປັນພຣະມາຫາປານະທະມະຫາຈັກຣ໌ພັຕິແລ້ວ ກໍວຽນວາຍຕາຍເກີດໃນມະນຸສຍ໌ສົມບັຕິ ສວັນຄ໌ສົມບັຕິ ແລ້ວກໍມາເກີດເປັນເສຕຖີມີຊັພທ໌ 80 ໂກຕິ, ຢູ່ໃນພັທທິຍະນຄຣ ມີນາມວ່າ ພັທທະຊິ ກໍໄດ້ປາສາທ 3 ຫຼັງ, ຢູ່ໃນ 3 ຣະດູ ຄັນຈະເຣີນວັຍແລ້ວ ໄດ້ບວຊໃນພຣະພຸທທະສາສນາ ສໍາເຣັຈເປັນພຣະ ອໍຣະຫັນຕ໌ ໃນສາສນາຂອງຕະຖາຄົຕນີ້ແລ. (ສາສານາຂອງຕະຖະຄົຕ - ພຣະພຸທທະເຈົ້າຂອງເຮົາ)

- ສ່ວນເທພະບຸຕອົງສ໌ພໍ່ນັ້ນ ຍັງສເວີຍທິພຍ໌ສົມບັຕໃນດາວະດິງສາສວັນຄ໌ຍາວນານຈົນເຖິງສາສນາຂອງຂອງພຣະອຣິຍະເມຕຕຣັຍມາຕັສສັພພັນຍູເປັນພຣະພຸທທະເຈົ້າ ໃນໂລກກາລຂ້າງໜ້າ ຈະໄດ້ຈຸຕິລົງມາໃນຄັພຂອງອັຄຄະມະເຫສີສົມເດັຈພຣະເຈົ້າກຸງເກຕຸວະດີ, ນາມວ່າສັງຂະກຸມາຣ ຄັນຈະເຣີນວັຍແລ້ວ ກໍຂຶ້ນສເວີຍຣາຊະ ສົມບັຕິ ຊົງພຣະນາມວ່າສົມເດັຈພຣະເຈົ້າສັງຂະບໍຣົມມະກະສັຕຍ໌ ມີທວິປນ້ອຍໃຫຍ່ເປັນບໍຣິວາຣ ກາລຕໍ່ໄປພຣະອົງຄ໌ຈຶ່ງໄດ້ສລະຣາຊະສົມບັຕິບ້ານເມືອງ ອອກໄປບັຣພຊາໃນສໍານັກພຣະສຣີອະຣິຍະເມຕຕຣັຍ ກັບທັງບໍຣິວາຣ 1 ໂກຕິ ກໍໄດ້ເປັນອໍຣະຫັນຕຼອັຄຄະສາວົເບື້ອງຂວາ ຊົງພຣະນາມວ່າ ພຣະໂສກະ ເຖຣະ ກໍດ້ວຍອານະສົງສ໌ຖວາຍກຸຕິວິຫາຣນັ້ນແລ ອັນເປັນບຸນໃຫ້ເຖິງຄວາມສຸຂ 3 ປະກາຣ ຄືມະນຸສຍ໌ສົມບັຕິ ສວັນຄ໌ສົມບັຕິ ພຣະນິພພານ ສົມບັດ ດ້ວຍປະກາຣສະນີ້ແລ.

5. ແກ້ຂໍ້ຂ້ອງໃຈ ເຣື່ອງານິສົງສ໌ຂອງກາຣສ້າງກຸຕິ:
-ຖາມ : ຕາມທີ່ໄດ້ມີຜູ້ຖາມວ່າ ຂ້ານ້ອຍມີຄວາມເຫຼື້ອມໃສ ຢາກຈະເປັນເຈົ້າສັທທສ້າງກຸຕິຕັ້ງນີ້ຢູ່ ແຕ່ຂ້ານ້ອຍບໍ່ມີທຶນນະຊັພຍ໌ຫຼາຍ ຂ້ານ້ອຍຂໍຮ່ວມສົມທົບສ້າງ ຕາມກໍາ ສັງປັຈຈັຍ ຈະໄດ້ອານິສົງສ໌ຫຼາຍປານໃດ ?

- ຕອບ : ຕາມທີ່ໄດ້ສຶກສາສະເພາະໃນກໍຣະນີດຽວ ຄືເຣື່ອງອະນິສົງສ໌ກາຣສ້າງກຸຕິວິຫາຣໃນນັ້ນ, ຍັງເຫັນວ່າ ຜູ້ນໍາ ແລະຜູ້ຕາມໄດ້ອານິສົງສ໌ສເມີກັນ, ເມື່ອທ່ານອ່ານເຣື່ອງຣາວຈັບລົງຢ່າງຣະອຽດ ຈະເຫັນວ່າ ນາຍຊ່າງສອງຄົນນັ້ນ ມີພໍ່ ແລະລູກຊາຍ, ພໍ່ເປັນຜູ້ນໍາ ລູກເປັນຜູ້ປະຕິບັຕິຕາມ ເມື່ອຜົລອອກມາ ທັງພໍ່ ແລະລູກ ກໍລ້ວນແຕ່ໄດ້ຄວາມສຸກ 3 ປະກາຣ ຄື ມະນຸສຍ໌ສົມບັດ (ທັງພໍ່ ທັງລູກ ລ້ວນແຕ່ໄດ້ເປັນພຣະເຈົ້າຈັກກະພັຕິຣາຊ) ສວັນຄ໌ສົມບັຕິ (ທັງພໍ່ ທັງລູກ ກໍໄດ້ໄປສເວີຍທິພວິມາຣຄໍາ ໃນສວັນຄ໌ດາວະດິງສ໌ດ້ວຍກັນ) ພຣະນິພານສົມບັຕິ (ທັງພໍ່ ທັງລູກ ລ້ວນແຕ່ໄດ້ເປັນອໍຣະຫັນຕ໌ໃນສາສນາທັງນັ້ນ)

- ພຽງແຕ່ວ່າ ທ່ານຈະທານສິ່ງໃດ ທ່ານບໍ່ໄດ້ຢຶດຕິໃນ ວັຕຖຸ, ໃນກຽຕິຍົສ, ບຸຄຄົລ, ສິ່ງຕ້ອງທໍາ ຄື ຂະນະທໍາທານໃຫ້ມີຄວາມເຫຼື່ອມໃສ ສັທທາ ແລະມອງ ເຫັນປໂຍຊນ໌ຂອງກາຣທານ ແລະຕັ້ງຄວາມປາຖນາຢ່າງແນ້ວແນ່ ແລະແນບນິ່ງໃນຊວງ ຢ່າງບໍ່ມີຄວາມສົງສັຍ ບຸນ ແລະອານິສົງສ໌ນັ້ນ ກໍຈະເກີດຂຶ້ນໃຫ້ກັບ ທ່ານບໍ່ຊ້າ ກໍໄວແລ.

6. ກາຣກໍສ້າງກຸຕິ ແລະວິຫາຣ ທີ່ວັດວຽງຈະເຣີນໃນປັດຈຸບັນ:
- ວັດວຽງຈະເຣີນ ໄດ້ມີກາຣສ້າງສາລາໂຮງທັມ ຄາດວ່າຈະສໍາເຣັຈໃນກາງພັນສານີ້.
- ປັຈຈຸບັນກໍາຣັງກໍສ້າງ ຫໍກອງ ໂດຍມີບໍຣິສັຕມາຣີນີ ຈໍາກັດເປັນເຈົ້າພາບຕົ້ນ ທ່ານໃດຢາກເປັນເຈົ້າພາບ ແລະຮ່ວມບຸນ ກໍຕິດຕໍ່ກັບບໍຣີສັທມາຣິນີ ຈໍາກັດເລີຍ.
- ກໍາລັງສ້າງຕ້າຍວັດ ແລະມີໂຄງການສ້າງປັກຕູໂຂງເບື້ອງຫຼັງ ແຕ່ຍັງບໍ່ມີເຈົ້າສັທທາເທື່ອ.
- ແລະປັດຈຸບັນ ກໍາສັງສ້າງກຸຕິອາຄັນຕຸກະ ຢູ່ເຈົ້າພາບຣວມ ໃຜໆ ເປັນເຈົ້າສັທທາໄດ້.

(ເບຕົງອັດແຮງປູພື້ນຊັ້ນ 2 ມູນຄ່າ 11.748.00 ກີບ = )
ເຣີ່ມລົງມີກໍ່ສ້າງ ວັນທີ 16 ເດືອນມິນາ 2011

1 comment:

  1. ເຂົ້າພັນສານີ້ທາງວັດວຽງຈະເລີນກໍ່ມີຈຳສິນຢູ່ບໍ?ເລີ່ມຈັກໂມງ?ມີການບັນຍາຍທັມ ແລະສົນທະນາທັມກັນບໍ່?

    ReplyDelete